Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

ACIAR Biosecure market-driven beef production system & livestock disease management_Lao

ກອງປະຊຸມເລີ່ມຕົ້ນ 2 ໂຄງການ ຂອງ ສູນຄົ້ນຄົ້ວກະສິກຳ ສາກົນ ອົດສະຕຣາລີ
ລະບົບ ການຜະລິດ ຊີ້ນງົວຕາມຄວາມຕ້ອງການ ຂອງຕະຫລາດ ທີ່ມີຄວາມປອດໄພ ທາງຊີວະພາບ ແລະ ການຄຸ້ມຄອງພະຍາດສັດລ້ຽງ


ຂໍຮຽນ ທ່ານ ດຣ. ບຸນຂວາງ ຄຳບຸນເຮືອງ, ຫົວໜ້າກົມ ລ້ຽງສັດ ແລະ ປະມົງ, ກະຊວງ ກະສິກຳ ແລະ ປ່າໄມ້, ບັນດາແຂກ ທີ່ມີກຽດ, ມິດສະຫາຍ ແລະ ເພື່ອນຮ່ວມງານ, ທ່ານຍິງ ແລະ ທ່ານຊາຍ.

ຂ້າພະເຈົ້າ ດີໃຈ ທີ່ມີໂອກາດ ເຂົ້າຮ່ວມ ກອງປະຊຸມ ໃນຕອນເຊົ້ານີ້ ເພື່ອ ສະຫຼຸບວຽກງານການກະກຽມ ສອງ ໂຄງການໃໝ່ ຢູ່ ສປປ ລາວ ຂອງ ສູນຄົ້ນຄວ້າ ກະສິກຳ ສາກົນ ອົດສະຕຣາລີ - ຫຼື ACIAR

ACIAR ໄດ້ໃຫ້ ການຊ່ວຍເຫຼືອ ຍາວນານ ໃນດ້ານ ການຮ່ວມມື ຄົ້ນຄວ້າໂດຍຖື ເອົາ ການຕະຫຼາດ ເປັນ ຈຸດສຸມ ຢູ່ ສປປ ລາວ - ໄດ້ໃຫ້ ການຊ່ວຍເຫຼືອ ຂະແໜງ ກະສິກຳ ແລະ ປ່າໄມ້ ຂອງ ລາວ ຢ່າງຕັ້ງໜ້າ ຕະຫຼອດ ໄລຍະ ສອງ ທົດສະວັດ.

ໃນປະຈຸບັນ, ACIAR ມີ ຫຼາຍກວ່າ 20 ໂຄງການ ຢູ່ 10 ແຂວງ ທົ່ວປະເທດ, ມີມູນຄ່າການລົງທຶນ ຈໍານວນ 6 ລ້ານ ໂດລາ ອົດສະຕຣາລີ ຫຼື ປະມານ 44 ຕື້ ກີບ ຕໍ່ປີ ເຂົ້າໃສ່ວຽກງານ ດ້ານກະສິກໍາ ແລະ ປ່າໄມ້ ແລະ ການພັດທະນາ ວິຊາການ ລາວ.

ACIAR ຍັງໃຫ້ ການຊ່ວຍເຫຼືອ ໂຄງການ ພັດທະນາເຕັກໂນໂລຢີ ທາງຜ່ານ ຂອງປາ ຢູ່ ແຂວງ ບໍລິຄໍາໄຊ, ພວກເຮົາ ພວມນຳສະເໜີ ກົນໄກ ວິທີການ ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ ຜະລິດ ຕະພັນ ແລະ ຫຼຸດຜ່ອນ ຕົ້ນທຶນ ຂອງ ຊາວນາ ທີ່ ປູກເຂົ້າ ຢູ່ ລາວ. ແລະ ກໍ່ໃຫ້ ການຊ່ວຍເຫຼືອ ໂຄງການຕ້ານ ພະຍາດ ທີ່ມາ ນຳສັດ ສໍາລັບ ຊາວກະສິກອນ ລ້ຽງໝູ ແລະ ພະຍາດ ທີ່ມາ ນຳພືດ ສໍາລັບ ຜູ້ທີ່ ປູກໝາກໄມ້ ອຸດສະຫະກຳ ພື້ນບ້ານ.

ແລະ ມື້ນີ້ ພວກເຮົາ ໄດ້ເລີ່ມ ເຮັດວຽກ ກັບ ໂຄງການໃໝ່ ເພື່ອ ຮັບປະກັນວ່າ ສປປ ລາວ ຢູ່ໃນຖານະ ທີ່ດີກວ່າເກົ່າ ເພື່ອ ຍາດເອົາຜົນປະໂຫຍດ ຈາກ ຄວາມຕ້ອງການ ທີ່ ເພີ່ມຂຶ້ນ ຂອງ ຊີ້ນງົວ ທີ່ມີຄຸນນະພາບ ຢູ່ໃນ ພາກພື້ນນີ້.

ສອງ ໂຄງການ ໄລຍະ 5 ປີ ທີ່ເລີ່ມໃຫມ່ນີ້ ໄດ້ສ້າງ ຜົນສໍາເລັດ ໃນການຮ່ວມມື ຂອງACIAR ກ່ອນຫນ້ານີ້ ດ້ານ ສຸຂະພາບ ການຄຸ້ມຄອງ ສັດລ້ຽງ.

ການລິເລີ່ມນີ້ ແມ່ນ ຈະ ເຮັດວຽກຮ່ວມກັບ ຜູ້ຄ້າຂາຍ ແລະ ຜູ້ຜະລິດ ເພື່ອສ້າງຄວາມເຂັ້ມແຂງ ໃນການຜະລິດຊີ້ນງົວ ເຂົ້າສູ່ ລະບົບຕ່ອງໂສ້ຕະຫຼາດ ແລະ ສ້າງໃຫ້ມີການ ຜະລິດສິນຄ້າ ທີ່ສະອາດອອກສູ່ຕະຫຼາດ. ແລະໂຄງການນນີ້ ຈະປັບປຸງ ການລ້ຽງສັດ ເພື່ອ ປ້ອງກັນ ພະຍາດ - ເຊິ່ງມີ ຂໍ້ຈຳກັດຫຼັກ ແມ່ນເພື່ອ ການພັດທະນາ ຄວາມຍືນຍົງ ຂອງ ການຄ້າຂາຍ ສັດລ້ຽງ ຢູ່ ໃນປະເທດ.

ຈຸດປະສົງລວມ ຂອງ ພວກເຮົາ, ແນ່ນອນ, ແມ່ນ ເຮັດໃຫ້ອຸດສາຫະກໍາ ການລ້ຽງສັດ ເຂັ້ມແຂງຂື້ນ ໃນ ສ ປ ປ ລາວ. ໃຫ້ປາສະຈາກ ພະຍາດ. ແລະ ສາມາດ ທີ່ ຈະໃຊ້ ປະໂຫຍດ ສູງສຸດ ເພິ່ມໂອກາດ ເຂົ້າສູ່ ຕະຫຼາດ ທັງພາຍໃນ ປະເທດ ແລະ ສາກົນ.

ຜ່ານການເຮັດວຽກ ຈາກ ໂຄງການນີ້ ໃນພື້ນທີ່ ທີ່ ຖືກກະທົບຜ່ານມາ ຈາກ ພະຍາດ ທີ່ມາ ນຳ ອາຫານ ແລະ ປາກເປື່ອຍ, ຂ້າພະເຈົ້າຫວັງວ່າ ຈະໄດ້ໃຊ້ ເວລາ, ໃນອະນາຄົດ ອັນໃກ້, ໃນ ເວລາ ທີ່ ສ ປ ປ ລາວ ສາມາດ ປະກາດ ເປັນເຂດ ປາສະຈາກ ພະຍາດນີ້. ແລະ ຂໍເປັນ ພະຍານ ໃນຜົນປະໂຫຍດ ຂອງການ ສົ່ງອອກ ຊີ້ນງົວຈາກລາວ.

ຂໍຂອບໃຈ ຄູ່ຮ່ວມງານ ຈາກຫຼາຍ ພາກສ່ວນ ທີ່ໄດ້ຊ່ວຍ ໂຄງການນີ້ - ເຊັ່ນກະຊວງ ກະສິ ກຳ ແລະ ປ່າໄມ້, NAFRI , ມະຫາວິທະຍາໄລ ແຫ່ງຊາດ ແລະ ມະຫາວິທະຍາໄລ ສະຫວັນນະເຂດ. ສາດສະດາຈານ Russell Bush ແລະ ເພື່ອຮ່ວມງານ ຂອງລາວ ຈາກ ມະຫາວິທະຍາໄລ ຊິດນີ້.

ແລະ ຂ້າພະເຈົ້າ ຊາບວ່າ ມີ ການເຊື່ອມໂຍງ ສຳຄັນ ທີ່ ພວກເຮົາ ຈະ ເຮັດໃຫ້ມີຜົນປະໂຫຍດ ຈາກ ໂຄງການເຫຼົ່ານີ້, ທັງ ຫ້ອງການ ADB ແລະ IFAD ໄດ້ເຮັດວຽກ ເດັ່ນຮ່ວມກັນ ໃນ ການຜະລິດ ຊີ້ນງົວ ເປັນສິນຄ້າ.

ອົດສະຕຣາລີ ສືບຕໍ່ ເປັນຄູ່ຮ່ວມມື ມີເຈດຈຳນົງ ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸໄດ້ ເປົ້າໝາຍ ການພັດທະນາ ເສດຖະກິດ. ເຊິ່ງເປັນປະເທດທີ່ ມີປະຊາຊົນ ສ່ວນຫຼາຍ ແມ່ນ ເຮັດກະສິກຳ ແລະ ຂະແໜງອື່ນ ທີ່ເປັນ ບູລິມະສິດ.

ຂໍຂອບໃຈ ທ່ານທີ່ໃຫ້ໂອກາດ ຂ້າພະເຈ້າ ມາຮ່ວມງານ ໃນຕອນເຊົ້ານີ້ ແລະ ຂໍໃຫ້ທຸກທ່ານ ປະສົບຜົນສຳເລັດ ໃນການຮ່ວມມື ຄົ້ນຄວ້າ ໃນຕໍ່ຫນ້າ. ຂ້າພະເຈົ້າ ຈະຕັ້ງໜ້າ ເປັນສັກຂີພະຍານ ຕໍ່ຄວາມຄືບໜ້າ ຂອງໂຄງການ ໃນອີກ ຫ້າປີ ຕໍ່ໜ້າ.