Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia Commits New UXO funding 22 December 2014

     ອົດສະຕຣາລີ ໃຫ້ທຶນຊ່ວຍເຫຼືອງວດໃໝ່ ເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

ລັດຖະບານອົດສະຕຣາລີ ໄດ້ໃຫ້ທຶນຊ່ວຍເຫຼືອງວດໃໝ່ຈຳນວນ 1 ລ້ານໂດລາອົດສະຕຣາລີ (ຫຼືປະມານ 7 ຕື້ກີບ) ເຂົ້າໃນວຽກງານການສຳຫຼວດຄົ້ນຫາ ແລະການເກັບກູ້ລະເບີດບໍ່ທັນແຕກ (UXO) ໃນສົກປີ 2014-15 ເພື່ອເປັນການສະໜັບສະໜູນວຽກງານ ພັດທະນາຊົນນະບົດຢູ່ພາກໃຕ້ຂອງລາວ, ພ້ອມນັ້ນຍັງມີທຶນຊ່ວຍເຫຼືອເພີ່ມຕື່ມ ສຳລັບວຽກງານ ໂຄສະນາສຶກສາຄວາມສ່ຽງໄພອັນຕະລາຍ ແລະ ການຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍ ອີກດ້ວຍ.

ພະນະທ່ານ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ຈອນ ວິນລຽມສ໌, ໄດ້ກ່າວວ່າ ພາຍໃຕ້ແຜນຍຸດທະສາດການຮ່ວມມື 5 ປີ ສະບັບໃໝ່ (2016-2020), ອົດສະຕຣາລີຈະສືບຕໍ່ໃຫ້ການສະໜັບສະໜູນລັດຖະບານລາວ ໃນຄວາມພະຍາຍາມທີ່ຈະບັນລຸເປົ້າໜາຍສະຫະສະວັດ ເປົ້າໝາຍທີ່ 9 (MDG9). ເຊິ່ງການສະໜັບສະໜູນນີ້ ແມ່ນປະກອບດ້ວຍການໃຫ້ ທຶນເພີ່ມຕື່ມເຂົ້າໃນວຽກງານ ແກ້ໄຂຄວາມສ່ຽງໄພອັນຕະລາຍ ຈາກ ລະ ເບີດບໍ່ທັນແຕກ ທີ່ອາດຈະມີຕໍ່ຊຸມຊົນຢູ່ເຂດທີ່ ໂຄງການພັດທະນາຊົນນະບົດ ແລະ ການສຶກສາທີ່ ລັດຖະບານອົດສະຕຣາລີກຳລັງຈັດຕັ້ງປະຕິບັດຢູ່.

ທ່ານ ເອກອັກຄະລັດຖະທູດໄດ້ກ່າວ ອີກວ່າ ການໃຫ້ການສະໜັບສະໜູນງວດໃໝ່ນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈຂອງອົດສະຕຣາລີ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ເພື່ອແກ້ໄຂໄພອັນຕະລາຍ ຈາກລະເບີດ ບໍ່ທັນແຕກ ທີ່ມີຕໍ່ປະຊາຊົນລາວ ແລະ ການພັດທະນາຂອງປະເທດລາວ.

ທ່ານ ເອກອັກຄະລັດຖະທູດ ວິນລຽມສ໌ໄດ້ກ່າວເພີ່ມວ່າ “ອົດສະຕຣາລີ ມີມູນເຊື້ອໃນການເປັນໜຶ່ງໃນຜູ້ໃຫ້ທຶນຫຼັກ ເຂົ້າໃນ ວຽກງານຂອງຂະແໜງເກັບກູ້ລະເບີດບໍ່ທັນແຕກນັບຕັ້ງແຕ່ ປີ 1996 ເປັນຕົ້ນມາ ໂດຍລວມທັງໝົດເປັນເງິນຫຼາຍກວ່າ 30 ລ້ານໂດລະອົດສະຕຣາລີ. ທຶນຊ່ວຍເຫຼືອດັ່ງກ່າວໄດ້ຖືກນຳໃຊ້ເຂົ້າໃນວຽກງານ ເກັບກູ້ລະເບີດບໍ່ທັນແຕກ, ໂຄສະນາສຶກສາຄວາມສ່ຽງໄພອັນຕະລາຍ ແລະ ການຊ່ວຍເຫຼືອຜູ້ເຄະຮ້າຍ”

ທ່ານ ຍັງໄດ້ກ່າວກ່າວຕື່ມອີກວ່າ ອົດສະຕຣາລີຍັງຮັບຮູ້ ແລະຍິນດີກັບການປ່ຽນແປງອັນສຳຄັນທາງດ້ານແນວທາງການດຳເນີນງານ ຂອງອົງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ (UXO Lao) ທີ່ຈະໄດ້ສຸມໃສ່ການເກັບກູ້ລະເບີດຢູ່ເຂດ ທີ່ມີການຢັ້ງຢືນວ່າ ມີຄວາມອັນຕະລາຍສູງ.

“ຍຸດທະສາດໃໝ່ຂອງອົງການ ເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ທີ່ໄດ້ຮັບການອະນຸມັດໂດຍ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (National Regulatory Authority for UXO - NRA) ໃນທ້າຍເດືອນພະຈິກທີ່ຜ່ານມານັ້ນ, ແມ່ນໄດ້ຖືກຕອບຮັບເປັນຢ່າງດີ ແລະ ມີທ່າແຮງເຮັດໃຫ້ມີຄວາມຄືບໜ້າຫຼາຍຂຶື້ນ ໃນການຫຼຸດຜ່ອນໄພອັນຕະລາຍຂອງ ລູກລະເບີດບໍ່ທັນແຕກ ໃນໄລຍະ 5 ຫາ 6 ປີ ຕໍ່ໜ້າ, ເຊັ່ນ ການຫຼຸດຜ່ອນໄພອັນຕະລາຍ ດ້ານມະນຸດສະທຳ ແລະດ້ານການພັດທະນາ ໃຫ້ສູງຂື້ນກວ່າໃນໄລຍະສອງທົດສະວັດຜ່ານມາ.”

ທ່ານ ເອກອັກຄະລັດຖະທູດ ວິນລຽມສ໌ຍັງໄດ້ກ່າວວ່າ ອົດສະຕຣາລີ, ໂດຍຄຽງຄູ່ກັບນະໂຍບາຍຂອງລັດຖະບານລາວ, ຈະສືບຕໍ່ໝາກຜົນຄວາມສຳເລັດ ໃນການເຊື່ອມໂຍງວຽກງານເກັບກູ້ລະເບີດບໍ່ທັນແຕກ ເພື່ອສະໜັບສະໜູນໂຄງການຊ່ວຍເຫຼືອເພື່ອການພັດທະນາຂອງອົດສະຕຣາລີ.

ແນວທາງການເຊື່ອມໂຍງວຽກງານເກັບກູ້ລະເບີດບໍ່ທັນແຕກ ແລະວຽກງານດ້ານການພັດທະນາ ແມ່ນສອດຄ່ອງກັບ ແຈ້ງການເລກທີ່ 93 ຂອງ NRA ທີ່ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາໄດ້ວາງງົບປະມານເສີມໄວ້ສະເພາະ ສຳລັບວຽກງານເກັບກູ້ລະເບີດບໍ່ທັນແຕກ ເພື່ອຈັດຕັ້ງປະຕິບັດໂຄງການຕ່າງໆ ຢູ່ໃນເຂດທີ່ມີລະເບີດຕົກຄ້າງ.

ທ່ານ ວິນລຽມສ໌ໄດ້ກ່າວວ່າ “ໂຄງການພັດທະນາຊົນນະບົດ ທີ່ມີມູນຄ່າ 43 ລ້ານໂດລາອົດສະຕຣາລີ ຈະສືບຕໍ່ການປະສານງານແບບໄດ້ຮັບໜາກຜົນ ກັບອົງການ ເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ (UXO Lao) ຢູ່ແຂວງສາລະວັນ, ສະຫວັນນະເຂດ ແລະຈຳປາສັກ ເພື່ອເຮັດໃຫ້ເຂດທີ່ ພວມຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ໃນທ້ອງຖິ່ນເປົ້າໝາຍຂອງພວກເຮົາ ໃຫ້ປະສະຈາກລະເບີດທີ່ຕົກຄ້າງ.”

“ໂຄງການ ການສຶກສາຂັ້ນພື້ນຖານ ຂອງ ອົດສະຕຣາລີ ທີ່ມີມູນຄ່າ 86 ລ້ານໂດລາອົດສະຕຣາລີ (2014 ເຖິງ 2018), ລວມມີການກໍ່ສ້າງໂຮງຮຽນ ແລະ ການຟື້ນຟູ, ຈັດຫານ້ຳສະອາດ ແລະ ສຸກຂະອະນາໄມ ພວມປະຕິບັດຢູ່ໃນ 66 ຕົວເມືອງທຸກຍາກທີ່ສຸດທົ່ວປະເທດ, ຍັງລວມມີ ງົບປະມານສຳລັບວຽກງານ ສຳຫຼວດຄົ້ນຫາ ແລະເກັບກູ້ລະເບີດບໍ່ທັນແຕກ ແລະ ວຽກງານ ໂຄສະນາສຶກສາຄວາມສ່ຽງໄພອັນຕະລາຍນຳ.”

ແນວທາງອັນໃໝ່ນີ້ແມ່ນຖືກສ້າງຂື້ນບົນພື້ນຖານຄວາມສຳເລັດຂອງໂຄງການອົດສະຕຣາລີທີ່ໄດ້ຈັດຕັ້ງປະຕິບັດ ຢູ່ໃນສປປ ລາວ ຈົນມາເຖິງປະຈຸບັນ ຊື່ງມັນຮຽກຮ້ອງໃຫ້ມີການເຊື່ອມໂຍງເອົາການເກັບກູ້ລະເບີດ ບໍ່ທັນແຕກ ເຂົ້າໃນກິດຈະກຳ ພັດທະນາຊຸມຊົນ ແລະ ປັບປຸງຊີວິດການເປັນຢູ່.

ຍົກຕົວຢ່າງ ໂຄງການຮ່ວມມື ລາວ - ອົງການ ທີ່ບໍ່ສັງກັດລັດຖະບານ ອົດສະຕຣາລີ (LANGOCA) 2007 ເຖິງ 2014 ທີ່ມີ ມູນຄ່າ 13 ລ້ານໂດລາອົດສະຕຣາລີ, ໄດ້ລະບຸໃຫ້ ວຽກງານ ເກັບກູ້ລະເບີດບໍ່ທັນແຕກອອກຈາພື້ນທີ່ ກະສິກຳ ເປັນວຽກບຸລິມະສິດ ເພື່ອສະໜັບສະໜູນ ໂຄງການປັບປຸງຊີວິດການເປັນຢູ່ໃນຊຸມຊົນຊົນນະບົດ ບ່ອນທີ່ ບັນດາອົງການ ທີ່ບໍ່ສັງກັດລັດຖະບານຂອງອົດສະຕຣາລີ ໄດ້ດຳເນີນໂຄງການຢູ່. ຜົນຂອງການທົບທວນຖອດຖອນບົດຮຽນແບບເອກະລາດ ໄດ້ໃຫ້ຄຳຄິດເຫັນໃນທາງບວກ ຕໍ່ກັບຜົນກະທົບຂອງແນວທາງການເຊື່ອມໂຍງວຽກງານ ເກັບກູ້ລະເບີດບໍ່ທັນແຕກ ກັບການປັບປຸງຊີວິດການເປັນຢູ່ ດັ່ງກ່າວ.

ທ່ານ ເອກອັກຄະລັດຖະທູດ ວິນລຽມສ໌ ໄດ້ກ່າວຕື່ມວ່າ ອົດສະຕຣາລີຍັງຈະປະຕິບັດຄຳໝັ້ນສັນຍາທີ່ຈະສ້ອມແປງ ຫ້ອງວາງສະແດງ ລະເບີດບໍ່ທັນແຕກ ຢູ່ຫ້ອງການ ເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ (UXO Lao) ຂອງແຂວງຫຼວງພະບາງ ທີ່ໄດ້ຮັບຄວາມເສຍຫາຍຈາກອັກຄີໄພ, ແລະ ຍັງຈະໃຫ້ທຶນສະໜັບສະໜູນ ໂຄງການຮ່ວມມືຊ່ວຍເຫຼືອດ້ານອົງຄະທຽມ ແລະ ເຄື່ອງຄ້ຳຊູ (COPE) ເພື່ອສືບຕໍ່ ໃຫ້ໄດ້ຮັບໝາກຜົນອັນຈົບງາມ ໃນການຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ.


ສອບຖາມຂໍ້ມູນເພີ່ມຕື່ມທີ່: ມິ່ງງາຄຳ ປັນຍາສັກ, ຜູ້ຮັບຜິດຊອບ ຊື່ມວນຊົນ ແລະ ຂ່າວສານ, ສະຖານທູດອົດສະຕຣາລີ, ໂທ: 021 353 800 ຕໍ່ 125, ມືຖື 020 2223 8299