Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia praises its Lao PDR Alumni

ອົດສະຕຣາລີ ຊົມເຊີຍ ອະດີດ ນັກສຶກສາລາວ ທີ່ໄດ້ ຮຽນຈົບ ຈາກ ອົດສະຕຣາລີ

 

ສະຖານທູດ ອົດສະຕຣາລີ ໄດ້ສະເຫຼີມສະຫຼອງ ການປະກອບສ່ວນ ແລະ ສາຍພົວພັນ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ.ຂອງ ນັກສຶກສາລາວ ທີ່ໄດ້ ຈົບການສຶກສາ ຈາກ ອົດສະຕຣາລີ.

ສະຖານທູດ ອົດສະຕຣາລີ ໄດ້ຈັດງານລ້ຽງ ພົບປະສັງສັນ ປະຈຳປີ ຂອງ ອະດີດນັກສຶກສາລາວ ທີ່ຮຽນຈົບຈາກ ອົດສະຕຣາລີ, ເຊິ່ງຜູ້ເຂົ້າຮ່ວມງານ ລວມມີ ອະດີດ ນັກສຶກສາລາວ ຫຼາຍກ່ວາ 250 ຄົນ.ນອກຈາກນີ້, ຍັງມີຕາງໜ້າ ຈາກ ພາກລັດຖະບານ ອົດສະຕຣາລີ ແລະ ສປປ ລາວ, ບັນດາມະຫາວິທະຍາໄລ ຂອງ ອົດສະຕຣາລີ, ອາສາສະໝັກ ອົດສະຕຣາລີ, ແລະ ສະພາການຄ້າ ອົດສະຕຣາລີ ກເຂົ້າຮ່ວມງານດັ່ງກ່າວ.

ທ່ານ ເດບຟ ໂວເສິນ, ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ໄດ້ກ່າວວ່າ ອະດີດນັກສຶກສາລາວ ທີ່ຮຽນຈົບ ຈາກ ອົດສະຕຣາລີ ທີ່ມີ ຈຳນວນຫຼາຍ ຢູ່ ສປປ ລາວ, ເຂົາເຫລົ່ານັ້ນ ແມ່ນຊັບພະຍາກອນ ທີ່ມີຄ່າໃຫ້ແກ່ປະເທດ ແລະ ສຳລັບ ສາຍພົວພັນສອງ ຝ່າຍ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ.

ທ່ານ ຍັງໄດ້ກ່າວເພີ່ມວ່າ “ໃນປະຈຸບັນ ມີຫຼາຍຄົນ ທີ່ກຳລັງນຳພາວຽກພັດທະນາເສດຖະກິດ ຂອງ ລັດຖະບານລາວ, ບໍ່ແມ່ນວ່າ ຈະຢູ່ ພາກລັດ, ອົງກອນເຮັດວຽກດ້ານພັດທະນາ ຫຼື ພາກເອກະຊົນ.”

ໃນປີນີ້, ພິເສດ ແມ່ນ ສະຖານທູດ ອົດສະຕຣາລີ ໄດ້ຮັບຮູ້ກ່ຽວກັບ ອະດີດ ນັກສຶກສາລາວ ທີ່ຮຽນຈົບຈາກ ອົດສະຕຣາລີ, ແຕ່ວ່າ ບໍ່ໄດ້ຮັບທຶນການສຶກສາ ຈາກ ລັດຖະບານ ອົດສະຕຣາລີ. ທ່ານ ໂວເສິນ ຍັງໄດ້ກ່າວເພີ່ມອີກວ່າ ອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ເຫັນນັກສຶກສາລາວໄປຮຽນຢູ່ ອົດສະຕຣາລີ ດ້ວຍທຶນຕົນເອງ ມີຈຳນວນເພີ່ມຂຶ້ນໃນຊຸມປິຜ່ານມາ.

ທ່ານ ໂວເສິນ ຍັງໄດ້ກ່າວອີກວ່າ “ອົດສະຕຣາລີ ມີຊື່ສຽງ ເປັນໜຶ່ງ ໃນບັນດາປະເທດຜູ້ນຳດ້ານການສຶກສາຊັ້ນ ສູງ ລະດັບສາກົນຢູ່ໃນໂລກ”

ທ່ານ ໂວເສິນ ໄດ້ ເໜັ້ນໃຫ້ເຫັນ ຄວາມຕັ້ງໃຈຂອງ ອົດສະຕຣາລີ ໃນການໃຫ້ການຊ່ວຍເຫຼືອ ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ, ແລະ ເໜັ້ນໃຫ້ເຫັນ ຄວາມສ່ຽງຂອງການມີສຸຂະພາບບໍ່ແຂງແຮງ ແລະ ຜົນຈາກໂພສະນາການ ທີ່ກະທົບໃສ່ການພັດທະນາຊັບພະຍາກອນມະນຸດ ຂອງສປປ ລາວ. ຕົວຢ່າງ, ທ່ານ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການລ້ຽງລູກດ້ວຍນຳ້ນົມແມ່ ທີ່ກ່ຽວຂ້ອງກັບການປັບປຸງແລະ ສ້າງໂພຊະນາການຂອງເດັກນ້ອຍ, ແລະ ຍັງເນັ້ນເຖິງຄວາມສຳຄັນຕໍ່ ອົງກອນ ຫລື ບໍລິສັດ ໃຫ້ພິຈາລະນາ ປັບປຸງສະຖານທີ່ເຮັດວຽກຂອງເຂົາເຈົ້າ ໃຫ້ມີສະພາບແວດລ້ອມທີ່ເປັນມິດ ສຳລັບ ແມ່ຜູ້ທີ່ລ້ຽງລູກດ້ວຍນຳ້ນົມແມ່.

ອະດີດນັກສຶກສາລາວ ທີ່ຮຽນຈົບ ຈາກ ອົດສະຕຣາລີ, ນາງ ນຳ້ໃຈທິບ ສຸວັນນະວົງ, ນາງ ສຸພະຈັນ ຄຳສີລາ ແລະ ນາງ ບຸພັນມະນີ ຈູນລະມະນີ ຍັງໄດ້ເວົ້າເຖິງຄວາມສຳຄັນ ຂອງ ການລ້ຽງລູກດ້ວຍນຳ້ນົມແມ່ ແລະ ສິ່ງທ້າທາຍຈຳນວນໜຶ່ງ ທີ່ບັນດາແມ່ລູກອອ່ນ ຜູ້ທີ່ເຮັດວຽກປະຈຳ ໄດ້ປະເຊີນຜ່ານມາ.

ແບບຟອມ ສະໝັກເອົາທຶນການສຶກສາ ຂອງ ອົດສະຕຣາລີ ໃນ ປີ 2015 ກຳລັງເປີດຮັບສະໝັກ, ແລະຈະປິດຮັບສະໝັກ ໃນວັນທີ 30 ເມສາ ນີ້. ສະຖານທູດ ອົດສະຕຣາລີ ໄດ້ຮຽກຮ້ອງໃຫ້ຜູ້ທີ່ສົນໃຈ ທຶນການສຶກສາດັ່ງກ່າວ ເຂົ້າເບິ່ງຂໍ້ມູນເພີ່ມຕື່ມ ກ່ຽວກັບ ວິທີການສະໝັກໄດ້ທີ່ www.australiaawardslaos.org

 

ສອບຖາມຂໍ້ມູນເພີ່ມຕື່ມທີ່:

ສະຖານທູດ ອົດສະຕຣາລີ                                                                                 ສະຖາບັນການສຶກສາ ລາວ ອົດສະຕຣາລີ
ມິ່ງງາຄຳ ປັນຍາສັກ                                                                                         ວັນນະພອນ ສິດທິຣາດ (ກີໂນ່)
ຜູ້ຮັບຜິດຊອບ ຊື່ມວນຊົນ ແລະ ຂ່າວສານ                                                         [email protected]
ໂທ: 021 353 800 ຕໍ່ 125, ມືຖື 020 2223 8299                                                ໂທ: 021 265 721