ການຮ່ວມມື ຢູ່ ທົ່ງໄຫຫີນ ລະຫ່ວາງ ອົດສະຕຣາລີ - ລາວ
ຄະນະຜູ້ແທນລາວ ພ້ອມດ້ວຍ ບັນດານັກສຳຫຼວດ ຈາກອົດສະຕຣາລີ ແລະ ຕົວແທນຈາກອົງການ UNESCO ໄດ້ເຂົ້າຮ່ວມ ກອງປະຊຸມ "ທົ່ງໄຫຫີນ: ສະຖານະພາບ ທີ່ຈະ ກາຍເປັນເມືອງ ມໍລະດົກໂລກ" ໄດ້ຮັບການສະໜັບສະໜູນໂດຍ ຄະນະກຳມະການ ອົດສະຕຣາລີ ຂອງ UNESCO.
ໂຄງການຮ່ວມມື ໄລຍະ 5 ປີ ຄັ້ງໃໝ່ລະຫ່ວາງ ທີມງານສຳຫຼວດ ສປປ ລາວ ແລະ ອົດສະຕຣາລີ ຄາດວ່າ ຈະສາມາດ ເປີດເຜີຍຄວາມລຶກລັບ ທີ່ເຊື່ອງຊ່ອນຢູ່ ທົ່ງໄຫຫີນ, ແລະ ສາມາດເປັນຂໍ້ມູນໜັກແໜ້ນຂື້ນ ເພື່ອຊ່ວຍ ໃຫ້ລັດຖະບານລາວ ໄດ້ພິຈາລະນາເຖິງຄວາມເປັນໄປໄດ້ ທີ່ຈະສະເໜີ ຂໍເຂົ້າເປັນ ເມືອງມໍລະດົກໂລກ ຂອງອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ (ຫຼື UNESCO) ເພື່ອເຮັດໃຫ້ ສະຖານແຫ່ງນີ້ ກາຍເປັນບ່ອນທີ່ຮູ້ຈັກ ໃນລະດັບສາກົນ.
ທີມງານສຳຫຼວດຊ່ຽວຊານ ທີ່ມີປະສົບການ ຈາກ ອົດສະຕຣາລີ, ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ, ພວມກຽມ ການສຳຫຼວດ ພາກສະໜາມ ຢູ່ ທົ່ງໄຫຫີນ ຂອງ ແຂວງ ຊຽງຂວາງ.
ການສຳຫຼວດ ວັດຖຸບູຮານ ດັ່ງກ່າວ ຈະປະກອບສ່ວນເຂົ້າໃນ ຂັ້ນຕອນ ສຸດທ້າຍ ຂອງ ການສະເໜີ ເຂົ້າເປັນເມືອງ ມໍລະດົກໂລກ ຂອງ ອົງການ UNESCO.
ໃນເດືອນ ກໍລະກົດ 2013, ທີມສຳຫຼວດ ຈາກ ອົດສະຕຣາລີ ຮວມມີ ທ່ານ ດຣ ໂດການ ໂອເຣວລີ ແລະ ທ່ານ ນາງ ດຣ ລູອິດສ໌ ເຊີແວນ, ໄດ້ຈັດກອງປະຊຸມ ລະດັບສູງ ຢູ່ ນະຄອນຫຼວງວຽງຈັນ ເພື່ອຊ່ວຍຊຸກຍູ້ ເຮັດໃຫ້ ຂັ້ນຕອນຂອງການ ສະເໜີຊື່ເຂົ້າເປັນເມືອງມໍລະດົກໂລກ, ໂຄງການນີ້ໄດ້ຮັບການສະໜັບສະໜູນ ຈາກ ຄະນະກຳມະການ ອົດສະຕຣາລີ ຂອງ UNESCO. ມີຜູ້ເຂົ້າຮ່ວມ ຈາກ ພາກລັດ, ອົງການ UNESCO ແລະ ຜູ້ຊ່ຽວຊານ ດ້ານມໍລະດົກໂລກ.
ທີມງານສຳຫຼວດ ດັ່ງກ່າວ ແມ່ນ ການຮ່ວມມື ຈາກຫຼາຍປະເທດ ທີ່ຈະເຮັດວຽກ ຄຽງຂ້າງກັບ ຜູ້ຊ່ຽວຊານ ຈາກ ສປປ ລາວ ກ່ຽວກັບ ໂຄງການ ‘ເປີດເຜີຍຄວາມລຶກລັບ ຂອງ ທົ່ງໄຫຫີນ’ ເຊິ່ງເລີ່ມແຕ່ ປີ 2015-19. ໂຄງການນີ້ ຈະລວມມີ ຫຼາຍໜ້າວຽກ, ເຊັ່ນ ບູຮານຄະດີ, ຊີວະ ເຄມີສາດ, ຊີວະ ບູຮານຄະດີ, ທໍລະນີສາດ, ວິທະຍຸ ຄາບອນ, ການສຳຫຼວດໄລຍະໄກ ແລະການວິເຄາະພື້ນທີ່.
ທ່ານ ວຽງແກ້ວ ສຸກສະຫວັດດີ, ຮອງຫົວໜ້າກົມ ມໍລະດົກແຫ່ງຊາດ ໄດ້ກ່າວວ່າ ສປປ ລາວ ຈະໄດ້ຮັບ ຜົນປະໂຫຍດ ໄລຍະຍາວ ຢ່າງຫຼວງຫຼາຍ ຈາກການຮ່ວມມື ກັບ ອົດສະຕຣາລີ.
ທ່ານ ວຽງແກ້ວ ຍັງໄດ້ກ່າວເພີ່ມວ່າ “ໂຄງການດັ່ງກ່າວ ຈະຊ່ວຍຊຸກຍູ້ເຮັດໃຫ້ ຂັ້ນຕອນການສະເໜີຊື່ ເຂົ້າເປັນ ເມືອງ ມໍລະດົກໂລກ ໄດ້ໄວຂື້ນ.” “ນັກຮຽນ ແລະ ນັກສຳຫຼວດ ລາວ ຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ຈາກ ປະສົບການ ພາກສະໜາມ, ສ້າງຄວາມຄຸ້ນເຄີຍກັບ ການນຳໃຊ້ເທັກໂນໂລຊີ ທີ່ທັນສະໃໝ, ແລະ ການສະເໜີ ຜົນໄດ້ຮັບ ຈາກການສຳຫຼວດ.”
ທີມງານນີ້ ຈະຂຸດຄົ້ນ ຢູ່ ບ່ອນຂຸດຄົ້ນຢູ່ ຈຸດ 52 ເຊິ່ງ ຕັ້ງຢູ່ໃກ້ກັບບ້ານ ຜາແກ້ວ ແລະ ບ່ອນຂຸດຄົ້ນຢູ່ຈຸດທີ 1 ຫຼື ບ້ານ ອ່າງ ໃກ້ກັບ ບ້ານ ນາໂອ.
ທ່ານ ຈອນ ວິນລຽມສ໌, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ໄດ້ກ່າວວ່າ ໂຄງການນີ້ ຈະລວມເອົາ ນັກສຳຫຼວດຊ່ຽວຊານ ທີ່ມີປະສົບການ ແລະ ເທັກໂນໂລຊີ ທີ່ທັນສະໃໝ ພ້ອມດ້ວຍ ຄວາມຄິດສ້າງສັນ ຈາກ ອົດສະຕຣາລີ ເພື່ອ ສືບຕໍ່ສຳຫຼວດພູມສັນຖານ ບູຮານຄະດີ ຢູ່ທົ່ງໄຫຫີນ.
ຫົວໜ້າໂຄງການ ສອງທ່ານ ຄື ດຣ ໂອເຣວລີ ແລະ ທ່ານ ນາງ ດຣ ເຊີແວນ, , ໄດ້ກ່າວວ່າ ໂຄງການ ສຳຫຼວດນີ້ ຈະຊ່ວຍ ຂະຫຍາຍວຽກງານ ດ້ານການສຳຫຼວດ ບູຮານຄະດີ ຢູ່ທົ່ງໄຫຫີນ.
ທ່ານ ນາງ ດຣ ເຊີແວນ ຍັງໄດ້ກ່າວເພີ່ມວ່າ “ພວກເຮົາ ມີຄວາມຕື່ນເຕັ້ນ ກ່ຽວກັບການຮ່ວມມື ລະຫວ່າງ ນັກສຳຫຼວດ ອົດສະຕຣາລີ ແລະ ນັກສຳຫຼວດຕ່າງປະເທດ ພ້ອມດ້ວຍ ຜູ້ຊ່ຽວຊານ ຈາກ ລັດຖະບານລາວ.”
“ພວກເຮົາຈະເຮັດ ເປັບພາບສະແກນ 3 ມິຕິ ໃຫ້ທົ່ວເຖິງ, ມີການບັນທຶກເອກກະສານໃນລະບົບ ດິຈິຕອນ ແລະ ເບິ່ງດ້ວຍສາຍຕາ, ມີການວາງແຜນ ແລະ ຂຸດຄົ້ນບູຮານຄະດີ ໂດຍໝູນໃຊ້ເຕັກນິກ ໃນການວິເຄາະ ທີ່ທັນສະໃໝ ຢູ່ ທົ່ວທຸກຈຸດ.”
ທີມງານສຳຫຼວດ ລວມມີ ຜູ້ຊ່ຽວຊານ ຈາກ ມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີ ຢູ່ ແຄນເບີຣາ, ມະຫາວິ ທະຍາໄລ ມອນນາດສ໌ ຢູ່ ເມວເບິນ, ມະຫາວິທະຍາໄລ ເຈມສ໌ ຄຸກ ຢູ່ ທາວສ໌ວິວເລ, ມະຫາວິທະຍາໄລ ນິວເຊົາແວວສ໌ ຢູ່ ຊິກນີ້, ແລະ ຈີບີຈີ ອົດສະຕຣາລີ, ທັງໝົດພວມເຮັດວຽກຮ່ວມ ກັບເພື່ອນຮ່ວມງານຈາກ ກະຊວງ ຖະແຫຼງຂ່າວ, ວັດທະນະ ທຳ ແລະ ການທ່ອງທ່ຽວ.
ສອບຖາມຂໍ້ມູນເພີ່ມຕື່ມທີ່:
ມິ່ງງາຄຳ ປັນຍາສັກ
ຜູ້ຮັບຜິດຊອບ ຊື່ມວນຊົນ ແລະ ຂ່າວສານ
ສະຖານທູດ ອົດສະຕຣາລີ
ໂທ: 021 353 800 ຕໍ່ 125, ມືຖື 020 2223 8299