Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australian Embassy staff raise

 ພະນັກງານສະຖານທູດອົດສະຕຣາລີ ລະດົມທຶນ ຊ່ວຍເຫຼືອໄດ້ $11,000 ພັນໂດລາສະຫະລັດ

ໃຫ້ແກ່ ໂຮງໝໍ ເດັກນ້ອຍ

   

  ທ່ານ ເອກອັກຄະລັດຖະທູດ ຈອນ ວິນລຽມສ໌ (ຢູ່ທາງກາງຟາກຊ້າຍມື) ພ້ອມດ້ວຍ ທີມນັກແລ່ນ ຂອງ ສະຖານທູດອົດສະຕຣາລີ ໄດ້ມອບເງິນສົມທົບທຶນ ໃຫ້ແກ່ ທ່ານ ດຣ ໂຈນາທານ ສະເປັກເຕີ້ (ຢູ່ທາງກາງຟາກຂວາມື) ຢູ່ທີ່ ສະຖານທູດອົດສະຕຣາລີ.

ພະນະທ່ານ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ມື້ນີ້ ໄດ້ມອບເງິນສົມທົບທຶນ ຫຼາຍ ກ່ວາ 11,000 ພັນໂດລາສະຫະລັດ (ຫຼື ປະມານ 90 ລ້ານກີບ) ເພື່ອຊ່ວຍສ້າງ ໂຮງໝໍເດັກນ້ອຍ ແຫ່ງໃໝ່ ຢູ່ ແຂວງ ຫຼວງພະບາງ.

ທຶນບໍລິຈາກດັ່ງກ່າວ ແມ່ນໄດ້ມາຈາກ ການລະດົມທຶນ ຢ່າງກ້ວາງຂວາງ ຂອງພະນັກງານ ພ້ອມດ້ວຍ ສະມາ ຊິກຄອບຄົວ ສະຖານທູດ ອົດສະຕຣາລີ ຈຳນວນ 25 ຄົນ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນ ແລ່ນເຄິ່ງມາລາທອນ ຢູ່ແຂວງຫຼວງພະບາງ ເຊິ່ງໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ຜ່ານມານີ້.

ທ່ານ ຈອນ ວິນລຽມສ໌, ເອກອັກຄະລັດຖະທູດ ອົດສະຕຣາລີ ພ້ອມດ້ວຍທີມນັກແລ່ນເຄິ່ງມາລາທອນ ຂອງ ສະຖານທູດອົດສະຕຣາລີ ໄດ້ມອບເງິນຊ່ວຍເຫຼືອດັ່ງກ່າວ ໃຫ້ແກ່ທ່ານ ດຣ ໂຈນາທານ ສະເປັກເຕີ້, ຜູ້ອຳ ນວຍການໂຮງໝໍເພື່ອນລາວສຳລັບເດັກນ້ອຍ ໃນພິທີມອບທີ່ໄດ້ຈັດຂຶ້ນຢູ່ສະຖານທູດອົດສະຕຣາລີ ທີ່ນະຄອນຫຼວງວຽງຈັນ.

ທ່ານ ວິນລຽມສ໌ ໄດ້ກ່າວວ່າ ການລະດົມທຶນໄດ້ຢ່າງຫຼວງຫຼາຍເຊັ່ນນີ້ ໄດ້ສະແດງໃຫ້ເຫັນ ວັດທະນະທຳທີ່ເຂັ້ມແຂງ ຢູ່ໃນ ສະຖານທູດອົດສະຕຣາລີ ໃນການໃຫ້ຄວາມຊ່ວຍເຫຼືອ ຕໍ່້ທ້ອງຖິ່ນທີ່ຈຳເປັນ ຢູ່ ທົ່ວ ສ ປ ປ ລາວ, ແລະ ສະແດງໃຫ້ເຫັນເຈດຈຳນົງ ໃນການຊ່ວຍ ເນັ້ນໜັກບັນຫາ ຄວາມບໍ່ເທົ່າທຽມກັນ ແລະ ຜູ້ທີ່ດ້ອຍໂອກາດ.

ທ່ານ ວິນລຽມສ໌ ຍັງໄດ້ກ່າວວ່າ “ຂ້າພະເຈົ້າຊົມເຊີຍ ທີມນັກແລ່ນຂອງພວກເຮົາ ທີ່ມີຄວາມກະຕືລືລົ້ນ ທີ່ບໍ່ພຽງແຕ່ ໃນການຝຶກຊ້ອມໜັກເພື່ອເຂົ້າຮ່ວມ ການແຂ່ງຂັນແລ່ນເຄິ່ງມາລາທອນ, ແຕ່ຍັງ ໄດ້ພະຍາຍາມລະດົມທຶນຊ່ວຍເຫຼືອໄດ້ຢ່າງດີເລີດ,”

ທ່ານ ວິນລຽມສ໌ ຍັງໄດ້ກ່າວເພີ່ມວ່າ “ຂ້າພະເຈົ້າ ຂໍຊົມເຊີຍ ທີ່ ອົງການ Friends without Borders ທີ່ໄດ້ຈັດການແຂ່ງຂັນແລ່ນເຄິ່ງມາລາທອນ ເພື່ອການກຸສົນທີ່ປະສົບຜົນສຳເລັດ ແລະມີຄວາມມ່ວນຊື່ນຫຼາຍນຂື້ນ ຢູ່ແຂວງຫຼວງພະບາງ, ແລະພ້ອມນີ້ ຂ້າພະເຈົ້າລໍຄອຍການເຂົ້າຮ່ວມງານເປີດ ໂຮງໝໍເດັກນ້ອຍແຫ່ງໃໝ່ຢ່າງເປັນທາງການ ໃນຕົ້ນປີ 2015,”

ທ່ານ ວິນລຽມສ໌ ຍັງໄດ້ກ່າວວ່າ ສະຖານທູດ ອົດສະຕຣາລີ ຈະສົ່ງທີມເຂົ້າຮ່ວມການແຂ່ງຂັນແລ່ນເຄິ່ງມາລາທອນອີກ ຢູ່ແຂວງຫຼວງພະບາງ ໃນປີ 2015.

(ສອບຖາມຂໍ້ມູນເພີ່ມຕື່ມທີ່: ມິ່ງງາຄຳ ປັນຍາສັກ, ຜູ້ຮັບຜິດຊອບ ຊື່ມວນຊົນ ແລະ ຂ່າວສານ, ສະຖານທູດອົດສະຕຣາລີ, ໂທ: 021 353 800 ຕໍ່ 125, ມືຖື 020 2223 8299)