Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Direct Aid Program is now open for applications

ສະຖານທູດອົດສະຕຣາລີ ເປີດຮັບ ບົດສະເໜີໂຄງການຊ່ວຍເຫຼືອໂດຍກົງ

 

ໂຄງການຊ່ວຍເຫຼືອໂດຍກົງ ຫຼື Direct Aid Program (DAP) ສົກປີ 2014-2015 ມາຮອດປະຈຸບັນ ແມ່ນ ໄດ້ເປີດຮັບບົດສະເໜີໂຄງການ. ໂຄງການຊ່ວຍເຫຼືອນີ້ ແມ່ນໂຄງການຂະ ໜາດນ້ອຍແນໃສ່ ຊ່ວຍເຫຼືອຄວາມຈຳເປັນດ້ານ ມະນຸດສະທຳ. ສຳລັບ ປີ 2014-2015, ໂຄງການຊ່ວຍເຫຼືອໂດຍກົງ ສຸມໃສ່ ໂຄງການເພື່ອການພັດທະນາ ທີ່ຍືນຍົງ ດ້ານ ສາທາລະນະສຸກ, ການສຶກສາ, ບົດບາດຍິງຊາຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ, ແລະ ແກ້ໄຂ ຄວາມທຸກຍາກ ໂດຍສຸມໃສ່ ດ້ານໂພສະນາການ ແລະ ສະໜັບສະໜູນ ກຸ່ມຄົນທີ່ດ້ອຍໂອກາດ. ພ້ອມນີ້, ໂຄງການທີ່ເຮັດວຽກກ່ຽວກັບ ການສ້າງຄວາມອາດສາມາດ, ລວມມີ ການປົກຄອງ ແລະ ສິດທິມະນຸດ ກໍ່ສາມາດເຮັດບົດສະເໜີໂຄງການໄດ້.

ຈຸດປະສົງສະເພາະ ຂອງໂຄງການນີ້ແມ່ນ ແນໃສ່ ສະໜັບສະໜູນ ບັນດາໂຄງການ ທີ່ເວົ້າເຖິງ ການພັດທະນາດ້ານ ຄວາມຈຳເປັນ ພື້ນຖານ ແລະ ຫຼຸດຜ່ອນຄວາມທຸກຍາກ. ໂຄງການ ທີ່ຈັດຕັ້ງ
ປະຕິບັດຢູ່ຕາມທ້ອງຖິ່ນ ແລະມີສວ່ນຮ່ວມ ແມ່ນ ສະໜັບສະໜູນໃຫ້ຍື່ນຂໍໂຄງການ. ສະຖານທູດອົດສະຕຣາລີ ມີຄວາມຍິນດີ ຂໍເຊີນ ບັນດາໂຄງການ ທີ່ມີສ່ວນຮ່ວມເຮັດໃຫ້ ຄົນໃນທ້ອງຖິ່ນ
ໄດ້ຮັບຜົນປະໂຫຍດ ຈາກໂຄງການ ຢາ່ງທົ່ວເຖິງ ໂດຍຜ່ານ ການອອກແບບ ແລະ ການບໍລິຫານໂຄງການ.

ໃນປີທີ່ຜ່ານມາ ໂຄງການນີ້ ໄດ້ສະໜອງ ງົບປະມານ ໃຫ້ຫຼາຍໂຄງການ ທີ່ກ່ຽວກັບ ການພັດທະນາສັງຄົມ ແລະ ທ້ອງຖິ່ນ ເຊັ່ນ ດາ້ນສາທາລະນະສຸກ, ການສຶກສາ ແລະ ກະສິກຳ ໃນຫຼາຍແຂວງທົ່ວປະເທດລາວ. ໃນສົກປີ 2013/2014, ໂຄງການຊ່ວຍເຫຼືອໂດຍກົງ (DAP) ນີ້ ໄດ້ ສະໜັບສະໜູນ ງົບປະມານ ໃຫ້ແກ່ 11 ໂຄງການ ໃນທົ່ວປະເທດ ເຊັ່ນ:

• ສ້າງ ຕຶກໃໝ່ໃຫ້ແກ່ໂຮງຮຽນ ມັດທະຍົມບ້ານຂີ້ນາກ ຢູ່ເມືອງໂຂງ ແຂວງຈຳປາສັກ
• ສ້າງຫໍພັກ ແລະ ຫອ້ງນໍ້າໃຫ້ແກ່ໂຮງຮຽນປະຖົມບ້ານກູ່ມກິ້ວ ແຂວງຜົ້ງສາລີ
• ສ້ອມແປງ ຫ້ອງສະມຸດ ແລະ ສ້າງຫອ້ງນໍ້າໃຫ້ແກ່ໂຮງຮຽນປະຖົມບ້ານ ທາ່ນາແລ້ງ ນະຄອນຫຼວງວຽງຈັນ
• ສ້າງນໍ້າໃຊ້ສະອາດ ໃຫ້ແກ່ປະຊາຊົນ ໃນສອງຫມູ່ບ້ານ ເມືອງວາປີ ແຂວງສາລະວັນ
• ພັດທະນາ ສູນບໍລິຫານຍຸດທະສາດດ້ານກະສິກຳ ສຳລັບ ສູນຕົວຢ່າງປູກໝາກມາກາເດເມັຽ ເມືອງປາກຊອ່ງ ແຂວງຈຳປາສັກ
• ສ້າງຮອ່ງລະບາຍນໍ້າ ທາງເສື່ອມຕໍ່ ບ້ານພູຈົງ, ເມືອງນານ ແຂວງຫລວງພະບາງ
• ສະໜອງ ຕູ້ເຢັນເກັບສົບ ແລະ ອຸປະກອນການແພດຕິດຕາມຄົນເຈັບ ໃຫ້ໂຮງໝໍ ແຂວງຈຳປາສັກ
• ສະໜອງອຸປະກອນການແພດຜ່າຕັດຕາເດັກນອ້ຍ ໃຫ້ແກ່ ສູນປິ່ນປົວຕາແຫ່ງຊາດ ແລະ ອຸປະກອນການແພດ ໃຫ້ແກ່ໂຮງໝໍເດັກນ້ອຍ ຢູ່ໂຮງໝໍ 150 ຕຽງ ນະຄອນຫຼວງວຽງຈັນ
• ຊື້ເຄື່ອງຊ່ວຍຫາຍໃຈ ໃຫ້ຫ້ອງມໍລະສຸມ ຂອງໂຮງໝໍ ເມືອງວັງວຽງ

ບຸກຄົນ, ຊູມຊົນ, ອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນ ທີ່ ມີກິດຈະກຳ ກ່ຽວກັບການພັດທະນາ, ບໍ່ຫວັງຜົນກຳໄລ ສາມາດຍື່ນໂຄງການ ໄປຕາມ ຂໍ້ແນະນຳ ຂອງໂຄງການຊ່ວຍເຫຼືອຂະໜາດນ້ອຍນີ້ໄດ້.
ແບບຟອມ ແລະ ຂໍ້ແນະນຳຂອງໂຄງການ ເປັນພາສາລາວ ແລະ ພາສາອັງກິດ ແມ່ນ ທ່ານສາມາດໄປເອົາໄດ້ ຢູ່ ສະຖານທູດ ອົດສະຕຣາລີ ຫຼື ສາມາດພີມເອົາຈາກ ເວບໄຊ
www.laos.embassy.gov.au. ບົດສະເຫນີໂຄງການ ໃຫ້ ສົ່ງເຖິງ ຜູ້ປະສານງານ ໂຄງການຊ່ວຍເຫຼືອໂດຍກົງ (DAP), ສະຖານທູດອົດສະຕຮາລີ, ນະຄອນຫຼວງວຽງຈັນ ບໍ່ໃຫ້ກາຍ
ວັນທີ 30 ກັນຍາ 2014 ເວລາ 17:00ໂມງ . ຂໍແຈ້ງມາຍັງທ່ານ ຊາບວ່າ ຂັ້ນຕອນໃນການພິຈາລະນາ ແລະ ອະນຸມັດໂຄງການ ແມ່ນ ຕ້ອງໃຊ້ເວລາ ດັ່ງນັ້ນ ສະຖານທູດອົດສະຕຣາລີ ຈະບໍ່ໄດ້ພິ
ຈາລະນາໂຄງການ ກ່ອນເດືອນ ຕຸລາ 2014.

ອີງຕາມນະໂຍບາຍຂອງລັດຖະບານອົດສະຕຣາລີ ສຳຫລັບທຸກໆໂຄງການກໍ່ສ້າງ ໂດຍຜ່ານໂຄງການຊ່ວຍເຫຼືອໂດຍກົງນີ້ ແມ່ນ ຈະຕ້ອງໄດ້ ມາດຕະຖານ ຂອງ ວັດສະດຸກໍ່ສ້າງ ແມ່ນ ຕ້ອງບໍ່ມີ
ສານ ASBESTOS. ຂໍ້ມູນສໍາລັບ ສານດັ່ງກ່າວ ແມ່ນ ຢູ່ໃນ ຂໍ້ແນະນຳທົ່ວໄປ ຫຼື ກະລຸນາຕິດຕໍ່ ສອບຖາມໄດ້ຢູ່ ສະຖານທູດອົດສະຕຣາລີ.

ສອບຖາມຂໍ້ມູນເພີ່ມຕື່ມໄດ້ ທີ່ ສະຖານທູດອົດສະຕຣາລີ ເບີໂທ 021 353 800.

ດາວໂຫລດ ແບບຟອມຂໍງົບປະມານໂຄງການຊ່ວຍເຫຼືອໂດຍກົງ ປະຈຳປີ 2014-15