Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australian Embassy staff explore Kaysone Phomvihan museum

ພະນັກງານຂອງ ສະຖານທູດ ອົດສະຕຣາລີ ຢ້ຽມຢາມ ຫໍພິພິດຕະພັນ ໄກສອນ ພົມວິຫານ

 


ທ່ານ ຈອນ ວິນລຽມສ໌, ເອກອັກຄະລັດຖະທູດ ອົດສະຕຣາລີ ພ້ອມດ້ວຍ ພະນັກງານຂອງ ສະຖານທູດອົດສະຕຣາລີ ມີຄວາມຊື່ນຊົມຍິນດີ ໃນການຊົມງານ ວາງສະແດງ ຮູບພາບປະຫວັດສາດ ຢູ່ ຫໍພິພິດຕະພັນ ໄກສອນ ພົມວິຫານ.


ທ່ານ ຈອນ ວິນລຽມສ໌, ເອກອັກຄະລັດຖະທູດ ອົດສະຕຣາລີ ພ້ອມດ້ວຍ ພະນັກງານຂອງ ສະຖານທູດອົດສະຕຣາລີ ໄດ້ໄປຢ້ຽມຢາມ ຫໍພິພິດຕະພັນ ໄກສອນ ພົມວິຫານ ໃນວັນທີ 27 ມີນາ ເພື່ອຊົມງານວາງສະແດງຮູບພາບປະຫວັດສາດ ເຊິ່ງເປັນສ່ວນໜຶ່ງ ໃນການສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງ ພັກປະຊາຊົນ ປະຕິວັດລາວ, ແລະ ຄົບຮອບ 40 ປີ ຂອງ ການສ້າງຕັ້ງ ສປປ ລາວ.

ທ່ານ ເອກອັກຄະລັດຖະທູດ ວິນລຽມສ໌ ໄດ້ກ່າວວ່າ ພະນັກງານຂອງ ສະຖານທູດອົດສະຕຣາລີ ມີຄວາມຍິນດີຫຼາຍ ທີ່ໄດ້ມີໂອກາດ ຮຽນຮູ້ ກ່ຽວກັບ ປະຫວັດສາດ ຂອງ ສປປ ລາວ ໃນໄລຍະຜ່ານມາ, ແລະໄດ້ຮັບຮູ້ເຖິງ ການປະກອບສ່ວນອັນສຳຄັນ ຂອງ ຜູ້ນຳ ແຫ່ງ ສປປ ລາວ ໃນຕະຫຼອດໄລຍະເວລາ ຫຼາຍທົດສະວັດທີ່ຜ່ານມາ ເພື່ອເຮັດໃຫ້ມີ ຄວາມສາມັກຄີ ແລະ ເອກະລັກປະຈຳຊາດອັນແທ້ຈິງ.

ທ່ານ ວິນລຽມສ໌ ຍັງໄດ້ກ່າວເພີ່ມວ່າ “ສຳລັບ ສປປ ລາວ, ຕະຫຼອດໄລຍະ 40 ປີ ທີ່ຜ່ານມາ ມັນສະແດງໃຫ້ເຫັນ ເລື່ອງລາວ ທີ່ໜ້າປະທັບໃຈ ກ່ຽວກັບ ການສ້າງສາ ພັດທະນາ ປະເທດຊາດ ແລະ ການຜ່ານຜ່າ ອຸປະສັກ ແລະ ຄວາມຍຸ້ງຍາກ ຫຼາຍຢ່າງ.” “ການວາງສະແດງ ຮູບພາບ ທີ່ມີຄຸນຄ່ານີ້ ໄດ້ນຳເອົາ ຊີວິດ ແລະ ປະຫວັດສ່ວນຕົວ ຂອງທັງຜູ້ຊາຍ ແລະ ແມ່ຍິງ ຜູ້ທີ່ໄດ້ອຸທິດຕົນເອງ ເຂົ້າໃນວຽກງານທີ່ສຳຄັນຄື ການສ້າງສາ ພັດທະນາ ປະເທດຊາດ. ມັນເປັນວຽກງານທີ່ ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ຈະສືບຕໍ່ ໃຫ້ການຊ່ວຍເຫຼືອ ຕໍ່ໄປ, ໂດຍຜ່ານການຮ່ວມມື ທີ່ແໜ້ນແຟ້ນ ຂອງ ພວກເຮົາ ມັນຈະຊ່ວຍ ປະກອບສ່ວນ ເຮັດໃຫ້ ລັດຖະບານລາວ ສາມາດບັນລຸ ເປົ້າໝາຍບູລິມະສິດ ທີ່ໄດ້ວາງໄວ້ໃນ ການພັດທະນາ ດ້ານເສດຖະກິດ.”

“ຂ້າພະເຈົ້າ ຂໍເຊີນຊວນ ບັນດາທ່ານ ໃຫ້ມາຢຽ້ມຢາມ ງານວາງສະແດງ ຮູບພາບປະຫວັດສາດ ດັ່ງກ່າວ ທີ່ຈະເຮັດໃຫ້ທ່ານ ໄດ້ຮັບຂໍ້ມູນ ທີ່ມີຄຸນຄ່າ ແລະ ເຂົ້າໃຈລະອຽດ ເລິກເຊິ່ງກ່ຽວກັບ ທາງປະຫວັດສາດ ຂອງ ສປປ ລາວ ຜ່ານແຕ່ລະ ຍຸກສະໄໝ.”
 

ສອບຖາມຂໍ້ມູນເພີ່ມຕື່ມທີ່:

ມິ່ງງາຄຳ ປັນຍາສັກ
ຜູ້ຮັບຜິດຊອບ ຊື່ມວນຊົນ ແລະ ຂ່າວສານ
ສະຖານທູດ ອົດສະຕຣາລີ
ໂທ: 021 353 800 ຕໍ່ 125, ມືຖື 020 2223 8299