Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Laos Australia National Scholarships (LANS) Congratulations Ceremony

ບົດກ່າວຄຳປາໄສ
ພິທີຊົມເຊີຍນັກສຶກສາ
ທີ່ໄດ້ຮັບທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ

-----------------------------------------------------------------------------

ຮຽນ ສາດສະດາຈານ ດຣ ສົມສີ ຍໍພັນໄຊ, ຮອງອະທິການບໍດີ ຂອງ ມະຫາວິທະຍາໄລແຫ່ງ ຊາດ ບັນດາແຂກຜູ້ມີກຽດ, ທ່ານຍິງ ແລະ ທ່ານຊາຍ

ມື້ນີ້ ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ຕາງໜ້າ ໃຫ້ລັດຖະບານອົດສະຕຣາລີ ມາຮ່ວມຊົມເຊີຍ ຊາວໜຸ່ມ ຍິງ ຊາຍ ຈຳນວນ 74 ຄົນ ທີ່ມີຜົນການຮຽນດີ ແລະ ໄດ້ຮັບທຶນການສຶກສາ ຈາກ ໂຄງການ ທຶນການສຶກສາ ລາວ-ອົດສະຕຣາລີ ຫລື ໂຄງການ ທຶນການສຶກສາ ລາວ-ອົດສະ ຕຣາລີ ເຂົ້າຮຽນທີ່ ມະຫາວິທະຍາໄລແຫ່ງຊາດ.

ນັກສຶກສາບາງຄົນ ໃນມື້ນີ້ ຈະກາຍເປັນຜູ້ນຳໃນອະນາຄົດ ຢູ່ ສປປ ລາວ, ໂດຍໄດ້ຖືກຄັດເລືອກຈາກຜູ້ສະໝັກ ທີ່ມີຄວາມສາມາດຈຳນວນຫລາຍກວ່າຮ້ອຍຄົນ. ທຸກຄົນ ແມ່ນພ້ອມທີ່ຈະປະ ກອບສ່ວນຢ່າງຕັ້ງໜ້າ ໃນຂະແໜງການຕ່າງໆ ທີ່ສຳຄັນ ໃນວຽກງານເພື່ອການພັດທະນາ ເສດຖະກິດ ແລະ ສັງຄົມ ຂອງຊາດ ເຊັ່ນ: ຂະແໜງທຸລະກິດ, ການສຶກສາ, ກະສິກຳ ແລະ ສິ່ງແວດລ້ອມ.

ຜູ້ທີ່ໄດ້ຮັບທຶນ ແມ່ນມາຈາກ 12 ແຂວງ ຂອງ ສປປ ລາວ ເຊັ່ນ: ຫົວພັນ, ອຸດົມໄຊ, ຫລວງພະບາງ, ຜົ້ງສາລີ, ຊຽງຂວາງ, ໄຊຍະບູລີ, ໄຊສົມບູນ, ບໍລິຄຳໄຊ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ບາງຄົນແມ່ນຈາກແຂວງວຽງຈັນ.

ບັນດານັກຮຽນເກັ່ງທີ່ຖືກຄັດເລືອກເຫລົ່ານີ້ ທັງຍິງ ທັງຊາຍ ຈະເຂົ້າຮ່ວມກຸ່ມນັກສຶກສາ ທີ່ໄດ້ຮັບທຶນ ຈາກ ໂຄງການ ທຶນການສຶກສາ ລາວ-ອົດສະຕຣາລີ ກ່ອນໜ້ານີ້ກ່ວາ 200 ຄົນ. ຂ້າພະເຈົ້າ ຂໍສະແດງຄວາມຕ້ອນຮັບ ທຸກຄົນ ດ້ວຍຄວາມຍິນດີ ທີ່ມາຮ່ວມກັນຊົມເຊີຍ ແລະ ຕ້ອນຮັບເອົາ ບັນດານັກສຶກສາໃໝ່ ທີ່ພວມເດີນຕາມຮອຍຮຸ້ນອ້າຍຮຸ້ນເອື້ອຍ.

ທຸກປີ ໂຄງການ ໄດ້ມອບທຶນການສຶກສາ ປະມານ 70 ທຶນ ເພື່ອຊ່ວຍເຫລືອນັກຮຽນຈາກເຂດ ຫ່າງໄກສອກຫລີກ ໃຫ້ຮຽນຈົບຂັ້ນປະລິນຍາຕີ ທີ່ມະຫາວິທະຍາໄລແຫ່ງຊາດ.

ຂໍຊົມເຊີຍນັກສຶກສາ ທັງໝົດ 74 ຄົນ ທີ່ໄດ້ຮັບທຶນການສຶກສາໃນຊຸດນີ້. ຊີວິດໄວຮຽນ ຢູ່ມະຫາ ວິທະຍາໄລ ຖືວ່າເປັນເວລາ ທີ່ຕື່ນເຕັ້ນຂອງຊີວິດ, ແລະ ຂ້າພະເຈົ້າເຊື່ອວ່າ ເວລາຮຽນຈົບແລ້ວ ທຸກຄົນ ຈະຄຶດເຖິງຊ່ວງເວລານີ້ຂອງຊີວິດ ວ່າ ມັນເປັນເວລາທີ່ຍິ່ງໃຫ່ຍ, ແລະ ມີເຫດການທີ່ ປະທັບໃຈຫລາຍອັນ.

ແນ່ນອນ ການສຶກສາ ບໍ່ແມ່ນຈະມີແຕ່ການຮຽນເທົ່ານັ້ນ, ແຕ່ມັນແມ່ນໄລຍະຂອງ ພັດທະນາຕົນ ເອງ, ທັກສະທາງສັງຄົມ ແລະ ເປີດກວ້າງແນວຄິດຈິດໃຈ ເພື່ອເປີດຮັບເອົາສິ່ງທີ່ດີ ທີ່ຈະເຂົ້າມາ ໃນຊີວິດ. ນອກຈາກນັ້ນ, ມັນຍັງເປັນການກຳນົດເສັ້ນທາງ ຂອງໜ້າທີ່ວຽກງານ ເຊິ່ງໃນທີ່ສຸດ ທຸກ ຄົນ ຈະໃຊ້ເປັນວິຊາອາຊີບຕິດໂຕໄປໃນອະນາຄົດ.

ພ້ອມດຽວກັນນີ້, ການສຶກສາ ຍັງເປັນສິ່ງກຳນົດ ເປົ້າໝາຍ ຂອງຊີວິດ ວ່າ ຈະເປັນແນວໃດ. ຈະຂ້າມຜ່ານອຸປະສັກ ເພື່ອໄປເຖິງເປົ້າໝາຍ ທີ່ເຮົາຫວັງໄວ້ແນວໃດ, ແລະ ຈະປະກອບສ່ວນສ້າງສາ ພັດທະນາ ເສດຖະກິດ ແລະ ສັງຄົມ ຂອງປະເທດຊາດ ກໍ່ຄື ແຂວງ ແລະ ເມືອງຂອງທຸກຄົນໄປ ພ້ອມກັນ ໄດ້ແນວໃດ.

ແນ່ນອນວ່າ ການຮຽນນັ້ນ ຈະຕ້ອງມີການສອບເສັງ, ມີວຽກບ້ານ, ມີກຳນົດເວລາສົ່ງໃຫ້ອາຈານ, ຕ້ອງມີການເຂົ້າຫ້ອງຟັງການສິດສອນ ຫລື ເຂົ້າຮຽນແຕ່ລະວິຊາທີ່ທຸກຄົນບໍ່ຄວນຈະຂາດ. ແຕ່ໃນ ໂຮງຮຽນ ກໍ່ຍັງມີກິດຈະກໍາ ກິລາ, ດົນຕີ, ສິນລະປະ, ແລະ ການໄປພົບໝູ່ເພື່ອນ ເພື່ອຊອກຫາ ຜູ້ບ່າວ ຜູ້ສາວ ທີ່ຕົນເອງສົນໃຈ. ກິດຈະກຳເຫລົ່ານີ້ ກໍ່ເປັນສ່ວນໜຶ່ງທີ່ສຳຄັນ ໃນຊີວິດຢູ່ມະຫາວິ ທະຍາໄລເຊັ່ນດຽວກັນ.

ຂໍແຕ່ໃຫ້ທຸກຄົນ ເປັນນັກຮຽນທີ່ມີຄວາມ ຮັບຜິດຊອບ, ຄິດຫາແຕ່ສິ່ງທີ່ດີ ທີ່ຈະເຮັດແນວໃດ ໃຫ້ ເວລາຂອງຊີວິດ ຢູ່ ມະຫາວິທະຍາໄລເກີດຜົນ.

ໂຄງການ ທຶນການສຶກສາ ລາວ-ອົດສະຕຣາລີ ໄດ້ດໍາເນີນມາເປັນປີທີ 4 ແລ້ວ, ແລະ ເປັນໂຄງການ ທີ່ສຳຄັນອີກໂຄງການໜຶ່ງ ຂອງ ໂຄງການຊ່ວຍເຫຼືອເພື່ອການພັດທະນາ ຂອງ ລັດຖະບານອົດສະຕຣາລີ ທີ່ແນໃສ່ຊ່ວຍເຫລືອ ການພັດທະນາຊັບພະຍາກອນມະນຸດ ຂອງ ປະເທດລາວ ໃຫ້ບັນລຸເປົ້າໝາຍ.

ລັດຖະບານອົດສະຕຣາລີ ມີຄວາມຍິນດີ ທີ່ໄດ້ຊ່ວຍເຫລືອຊາວໜຸ່ມ ແລະ ນັກຮຽນເກັ່ງຄົນລາວ ທີ່ມາຈາກພື້ນຖານທີ່ດ້ອຍໂອກາດ ໃຫ້ມີຄວາມຮູ້, ມີທັກສະ ແລະ ວຸດທິການສຶກສາ ທີ່ເຂົາເຈົ້າຕ້ອງ ການເພື່ອເປັນລາງວັນ ແລະ ເປັນບຸກຄະລາກອນທີ່ມີຄວາມສາມາດ.

ຂ້າພະເຈົ້າ ຄິດວ່າ ບໍ່ມີຂົງເຂດໃດອີກແລ້ວ ທີ່ຈະສຳຄັນໄປກ່ວາ ຂົງເຂດການສຶກສາ ທີ່ທາງລັດຖະ ບານອົດສະຕຣາລີ ຢູ່ ໄດ້ໃຫ້ການຊ່ວຍເຫລືອ ຢູ່ ໃນສປປ ລາວ ໃນຂະນະນີ້, ເຊິ່ງເປັນຂົງເຂດທີ່ ໄດ້ຮັບການຊ່ວຍເຫລືອມາຫລາຍປີ.

ໂຄງການຊ່ວຍເຫລືອ ເພື່ອການພັດທະນາ ຂອງ ລັດຖະບານ ອົດສະຕຣາລີ ໃນ ສປປ ລາວ ແຕ່ລະ ປີນີ້ ມີມູນຄ່າ 60 ລ້ານໂດລາອົດສະຕຣາລີ ເຊິ່ງໃນນີ້ ລວມມີທຶນການສຶກສາ ສຳລັບ ຮຽນພາຍໃນ ປະເທດ, ແລະ ອີກ 50 ທຶນ ສຳລັບຮຽນ ຢູ່ປະເທດອົດສະຕຣາລີ.

ລັດຖະບານອົດສະຕຣາລີ ຍັງມີໂຄງການດ້ານການສຶກສາ ໃຫຍ່ອື່ນໆຢູ່ໃນ ສປປ ລາວ ທີ່ໄດ້ຖືກ ອອກແບບ ເພື່ອປັບປຸງ ຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານ ສຳລັບ ນັກຮຽນຊັ້ນປະຖົມ, ເຊິ່ງຈະຈັດຕັ້ງປະຕິບັດ ໃນອີກ 4 ປີ ຕໍ່ໜ້າ ໂດຍມີມູນຄ່າ 86 ລ້ານໂດລາອົດສະຕຣາລີ. ໂຄງການນີ້ ໄດ້ຖືກປະກາດ ໂດຍລັດຖະມົນຕີ ກະຊວງການຕ່າງປະເທດອົດສະຕຣາລີ ພະນະທ່ານ ນາງ ຈູລີ ບີຊອບ ຮ່ວມກັບ ທ່ານ ຮອງນາຍົກລັດຖະມົນຕີ ຂອງ ສປປ ລາວ, ລັດຖະມົນຕີ ວ່າການ ກະຊວງສຶກສາ ແລະ ກິລາ ຂອງ ສປປ ລາວ, ພະນະທ່ານ ດຣ ພັນຄຳ ວິພາວັນ ທີ່ນະ ຄອນຫຼວງ ວຽງຈັນ ໃນເດືອນ ກໍລະກົດ ຫລື ເດືອນ 7 ຜ່ານມາ.

ໃນຖານະ ທີ່ ສປປ ລາວ ເປັນ ເພື່ອນບ້ານ ແລະ ຄູ່ຮ່ວມງານ, ອົດສະຕຣາລີ ໄດ້ໃຫ້ການສະໜັບສະ ໜູນວຽກງານ ພັດທະນາເສດຖະກິດ ຂອງ ລາວ ມາຫລາຍກວ່າ 5 ທົດສະວັດ ເຊິ່ງເປັນການຊ່ວຍ ເຫລືອທີ່ປະເທດອົດສະຕຣາລີ ໃຫ້ຄວາມສົນໃຈຫຼາຍທີ່ສຸດ.

ຄວາມມີສະເຖຍລະພາບ ແລະ ຄວາມອຸດົມສົມບູນ ຂອງ ສປປ ລາວ ເປັນຄຸນລັກສະນະ ຂອງ ເພື່ອນບ້ານ ແລະ ຄູ່ຮ່ວມງານ ແບບທີ່ ອົດສະຕຣາລີ ຕ້ອງການທີ່ຈະສືບຕໍ່ ເຮັດວຽກ ຮ່ວມກັນໃນ ອະນາຄົດຢ່າງແນ່ນອນ.

ຂ້າພະເຈົ້າ ຫວັງວ່າ ຜູ້ທີ່ໄດ້ຮັບທຶນ ແຕ່ລະຄົນ ຈະກາຍເປັນຜູ້ທີ່ມີບົດບາດ ປະກອບສ່ວນ ເຂົ້າໃນ ວຽກງານພັດທະນາຂອງ ສປປ ລາວ ໃນຊຸມປີຕໍ່ໜ້າ.

ຂໍຂອບໃຈຕໍ່ ທ່ານ ສາດສະດາຈານ ດຣ ສົມສີ ແລະ ຄູ ອາຈານ ຂອງ ມະຫາວິທະຍາໄລ ແຫ່ງຊາດ, ຂອບໃຈ ຕໍ່ຄູ່ຮ່ວມໂຄງການ ແລະ ພະນັກງານ ຈາກ ສະຖາບັນ ລາວ-ອົດສະຕຣາລີ ທີ່ໄດ້ຈັດຕັ້ງປະຕິບັດໂຄງການທຶນການສຶກສາ ລາວ-ອົດສະຕຣາລີ, ແລະ ຊ່ວຍຈັດງານໃນມື້ນີ້.

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ມາຍັງ ບັນດາ ຄູ ອາຈານ ທີ່ມີບົດບາດສຳຄັນ ໃນການ ສືບ ຕໍ່ຊ່ວຍເຫລືອຊາວໜຸ່ມ ທີ່ເປັນອະນາຄົດຂອງຊາດເຫລົ່ານີ້ ເຮັດໃຫ້ເຂົາເຈົ້າ ໄດ້ເປີດໂລກກະທັດ ແລະ ເຮັດໃຫ້ຄວາມຝັນຂອງເຂົາເຈົ້າກາຍເປັນຈິງ.

ອີກເທື່ອໜຶ່ງ ຂໍຊົມເຊີຍ ນັກສຶກສາທີ່ໄດ້ຮັບທຶນທັງໝົດ 74 ຄົນ, ແລະ ຂໍອວຍພອນໃຫ້ທຸກຄົນ ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໜ້າທີ່ວຽກງານໃນອະນາຄົດ. ທັງ ອົດສະຕຣາລີ ແລະ ລາວ ເຊື່ອໝັ້ນໃນພວກນ້ອງວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດ ແລະ ກັບໄປສ້າງສາບ້ານ ເມືອງໃຫ້ຈະເລີນຮຸ່ງເຮືອງ.