Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Lao Government human rights delegations visiting Australia

ຄະນະຜູ້ແທນ ສປປ ລາວ ດ້ານສິດທິມະນຸດ ຢ້ຽມຢາມ ອົດສະຕຣາລີ

 

ທ່ານ ພົງສະຫວັດ ບຸບຜາ, ປະທານ ຄະນະກຳມະການ ດ້ານ ສິດທິມະນຸດ ແຫ່ງຊາດ ພ້ອມດ້ວຍ ທ່ານ ນາງ ຈູລີ ບີຊອບ ສະມາຊິກລັດຖະສະພາ, ລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ, ທີ່ ຫ້ອງການລັດຖະສະພາ ຢູ່ ນະຄອນຫຼວງ ແຄນເບີຣາ, ໃນໄລຍະ ທີ່ ຄະນະຜູ້ແທນ ຈາກ ສປປ ລາວ ຢ້ຽມຢາມ ອົດສະຕຣາລີ, ການຢ້ຽມຢາມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ໂຄງການຊ່ວຍເຫຼືອ ດ້ານສິດທິມະນຸດ ສອງຝ່າຍ ຂອງ ອົດສະຕຣາລີ ຢູ່ ສປປ ລາວ.

 

ຄະນະຜູ້ແທນ ດ້ານ ສິດທິມະນຸດ ຈາກ ສປປ ລາວ ພົບກັບ ສະມາຊິກຂອງ ຄະນະກຳມະການ ລັດຖະສະພາ ດ້ານສິດທິມະນຸດ ອົດສະຕຣາລີ ທີ່ ຫ້ອງການລັດຖະສະພາ ຢູ່ ນະຄອນຫຼວງ ແຄນເບີຣາ, ເຊິ່ງມີ ທ່ານ ຟິນລິບ ຣູດດັອກ ສະມາຊິກລັດຖະສະພາ (ຢູ່ທາງກາງ), ປະທານ ຄະນະກຳມະການ. ທ່ານ ຣູດດັອກ ນັ່ງທາງຂ້າງ ທ່ານ ພົງສະຫວັດ ບຸບຜາ, ປະທານ ຄະນະກຳມະການ ດ້ານ ສິດທິມະນຸດ ແຫ່ງຊາດ, ແລະ ທ່ານ ພົນຈັດຕະວາ ກົງທອງ ພົງພິຈິດ, ລັດຖະມົນຕີຊ່ວຍ ວ່າການ ກະຊວງປ້ອງກັນຄວາມສະຫງົບ. ຄະນະຜູ້ແທນຈາກ ສປປ ລາວ ໄດ້ໄປຢ້ຽມຢາມ ເມືອງ ນິວເຊົາແວວ ແລະ ນະຄອນຫຼວງ ແຄນເບີຣາ ຕັ້ງແຕ່ ວັນທີ 1-6 ມີນາ ເພື່ອ ສຶກສາ ວິທີການ ຂອງ ອົດສະຕຣາລີ ກ່ຽວກັບ ບັນຫາ ດ້ານສິດທິມະນຸດ ໃນຂອບ ໂຄງການ ການຮ່ວມມື ດ້ານ ສິດທິມະນຸດ ສອງຝ່າຍ ຂອງ ອົດສະຕຣາລີ.

 

ທ່ານ ພູໂຂງ ສີສຸລາດ (ທາງກາງ ຊ້າຍມື), ຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ແລະ ທ່ານ ຄເຣັກ ຊິດຕິກຄ໌ (ທາງກາງ ຂວາມື), ຫົວໜ້າກົມ, ອາຊີຕາເວັນອອກ ສ່ຽງໃຕ້, ກະຊວງ ການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ, ທ່ານ ທັງສອງໄດ້ ຮ່ວມກັນເປັນປະທານ, ພ້ອມດ້ວຍ ບັນດາສະມາຊິກ ຂອງຄະນະຜູ້ແທນຈາກ ສປປ ລາວ ແລະ ອົດສະຕຣາລີ ໄດ້ປຶກສາຫາລື ກ່ຽວກັບ ສິດທິມະນຸດ ສອງຝ່າຍ ຄັ້ງທີ່ 4 ໃນວັນທີ 6 ມີນາ ຢູ່ ນະຄອນຫຼວງ ແຄນເບີຣາ. ການປຶກສາຫາລື ດັ່ງກ່າວ ໄດ້ຈັດຂຶ້ນ ຢູ່ ອົດສະຕຣາລີ ເປັນຄັ້ງ ທຳອິດ, ພ້ອມດ້ວຍ ການໄປທັດສະນະສຶກສາ ຂອງ ບັນດາ ພະນັກງານຂັ້ນສູງ ຈາກ ສປປ ລາວ, ໃນຂອບ ໂຄງການ ການຮ່ວມມື ດ້ານ ສິດທິມະນຸດ ສອງຝ່າຍ ຂອງ ອົດສະຕຣາລີ.