Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia-Asia Program to Combat Trafficking in Persons (AAPTIP)

ພິທີເຊັນ ຂໍ້ຕົກລົງ ເພີ່ມເຕີມ
ລະຫວ່າງ ລັດຖະບານ ອົດສະຕຣາລີ ແລະ ລັດຖະບານ ລາວ ກ່ຽວກັບ
ແຜນງານ ອົດສະຕຣາລີ - ອາຊີ ເພື່ອ ຕ້ານການຄ້າມະນຸດ
18 ກັນຍາ 2014

• ຂໍຮຽນ ພະນະທ່ານ ພົນຈັດຕະວາ ສົມແກ້ວ ສີລາວົງ, ຮັກສາການ ລັດຖະມົນຕີ ວ່າການ ກະຊວງ ປ້ອງກັນ ຄວາມສະຫງົບ, ບັນດາແແຂກ ທີ່ມີກຽດ, ຄູ່ຮ່ວມມື ແລະ ເພື່ອນຮ່ວມງານ ໃນການ ຕໍ່ຕ້ານ ການຄ້າມະນຸດ.

• ໃນນາມ ລັດຖະບານ ອົດສະຕຣາລີ, ຂ້າພະເຈົ້າ ມີຄວາມ ຍິນດີ ທີ່ສຸດ ທີ່ໄດ້ ມາຮ່ວມ ພິທີ ລົງນາມ ລະຫວ່າງ ລັດຖະບານ ອົດສະຕຣາລີ ແລະ ສປປ ລາວ ເພື່ອເລີ່ມ ໂຄງການ ອົດສະຕຣາລີ ອາຊີ ເພື່ອຕໍ່ຕ້ານ ການຄ້າ ມະນຸດ, ຫຼື ໂຄງການ AAPTIP, ໃນມື້ນີ້.

• ລັດຖະບານ ອົດສະຕຣາລີ ເຫັນວ່າ ການຄ້າ ມະນຸດ ເປັນການ ທຳລາຍ ສິດທິມະນຸດ ຂອງ ຄົນ ແບບທຸກ ທໍ ລະມານ, ແລະ ເປັນອາດ ຊະ ຍາ ກຳ ທີ່ ເຮັດໃຫ້ ການພັດທະນາເສດຖະກິດ ຢຸດສະງັກ.

• ປະຈຸບັນ ອົດສະຕຣາລີ ເປັນປະເທດ ໃຫ້ທຶນຊ່ວຍເຫຼືອໃຫຍ່ ທີ່ສຸດ ໃນວຽກງານ ສະກັດ ກັ້ນການຄ້າມະນຸດ ໃນພາກພື້ນ, ແລະ ພວກເຮົາ ກໍ່ພູມໃຈ ທີ່ມີ ບົດບາດ ໃນການ ນຳພາ ກ່ຽວກັບ ບັນຫານີ້.

• ອົດສະຕຣາລີ ຮ່ວມມື ກັບ ຫຼາຍປະເທດ ທົ່ວ ພາກພື້ນອິນໂດ ປາຊີຟິກ ເພື່ອຕໍ່ຕ້ານ ການຄ້າ ມະນຸດ:

  - ເຊັ່ນ ມີຫ້ອງການ ຕຳຫຼວດ ອົດສະຕຣາລີ ມີການ ປະຕິບັດ ວຽກງານ ດ້ານ ອາດ ຊະ ຍາ ກຳ ຂ້າມຊາດ;
  - ອົດສະຕຣາລີ ໃຫ້ການຊ່ວຍເຫຼືອ ວຽກງານ ຂອງກອງປະຊຸມ Bali Process; ແລະ
  - ອົດສະຕຣາລີ ໄດ້ໃຫ້ ການ ຊ່ວຍເຫຼືອ ຈຳນວນ ຫຼາຍ ໃນໂຄງການ ສະກັດກັ້ນ ການຄ້າ ມະນຸດ, ເຊັ່ນ ໂຄງການ AAPTIP.

•ພວກຂ້າພະເຈົ້າ ມີເຈດຈຳນົງ ໃຫ້ການ ຊ່ວຍເຫຼືອ ແບບປະເມີນວຽກ ຕົວຈິງ ເພື່ອ ຕໍ່ຕ້ານ ການຄ້າ ມະນຸດ ຢູ່ ພາກພື້ນ, ແລະ ພູມໃຈ ທີ່ ໄດ້ເລີ່ມ ການຮ່ວມມື ຄືນໃຫມ່ ກັບ ລັດຖະບານ ຂອງ ສປປ ລາວ ໂດຍຜ່ານ ໂຄງການ AAPTIP.

•ໂຄງການ AAPTIP ເປັນໂຄງການ ໄລຍະ ຫ້າປີ ເພື່ອຊ່ວຍ ຫຼຸດຜ່ອນ ສິ່ງກະຕຸ້ນ ແລະ ໂອກາດ ໃນການຄ້າມະນຸດ ຢູ່ ສປປ ລາວ ແລະ ຢູ່ທົ່ວ ປະເທດ ອາຊຽນ ຢ່າງກ້ວາງຂວາງ.
•ໂຄງການ ມີທຶນຊ່ວຍເຫຼືອ ເປັນເງິນ ຈຳນວນ 50 ລ້ານໂດລາ ອົດສະຕຣາລີ (ຫຼື ຫຼາຍກວ່າ 365 ຕື້ກີບ) ໃນໂຄງການ ຂອງອົດສະຕຣາລີ ໃຫ້ການສະໜັບສະໜູນ ພາກພື້ນ ໃນ ຄວາມ

ພະຍາຍາມ ຕ້ານ ການຄ້າ ມະນຸດ ສຳລັບແຜນການ 10 ປີ. ລວມທັງ ໂຄງການ ທີ່ບໍ່ດົນ ມານີ້ ເພື່ອ ເພື່ອພັດທະນາ ທັກສະ ໃນການສືບສວນ ສອບສວນ, ວຽກໄອຍະການ ແລະ ການ ຕັດສິນ ລົງໂທດ ຄະດີ ອາ ຊະ ຍາ ກຳ.

•ໂຄງການ AAPTIP ແມ່ນ ໂຄງການຕົວຢ່າງ ອີກ ອັນໜຶ່ງ ຂອງ ອົດສະຕຣາລີ ທີ່ມີມາ ຍາວນານ ແລະ ຂະຫຍາຍການ ຊ່ວຍເຫຼືອໃຫ້ ຈະເລີນ ຮຸ່ງເຮືອງ, ຄວາມ ສະຫງົບສຸກ ແລະ ເພີ່ມການເຊື່ອມໂຍງ ກັບອາຊີ ຕາເວັນ ອອກສ່ຽງໃຕ້ , ລວມທັງ ປີນີ້ ພວກເຮົາ ກໍ່ສະຫຼອງ ຄົບຮອບ 40 ປີ ສາຍພົວພັນ ອົດສະຕຣາລີ ກັບ ອາຊຽນ.

•ໂຄງການ AAPTIP ແມ່ນໂຄງການ ທີ່ມີ ຄວາມແນ່ນອນ, ພວມຈັດຕັ້ງ ປະຕິບັດ ຢູ່ 7 ປະເທດ ແລະ ເຮັດວຽກ ກັບ ປະເທດ ສະມາຊິກ ອາຊຽນ ທັງໝົດ ເພື່ອ ຫຼຸດຜ່ອນ ສິ່ງກະຕຸ້ນ ແລະ ໂອກາດ ໃນການຄ້າ ມະນຸດ ຢູ່ພາກພື້ນ.

•ການກະກຽມ ພິທີລົງນາມ ໃນມື້ນີ້ ຈະເຮັດໃຫ້ ອົດສະຕຣາລີ ແລະ ສປປ ລາວ ມີບາດກ້າວ ທີ່ສຳຄັນ ເພື່ອກ້າວໄປທາງໜ້າພ້ອມກັນ ເພື່ອ ຕໍ່ຕ້ານ ອາດ ຊະ ຍາ ກຳ ການຄ້າມະນຸດ. ມັນຈະເປັນ ຫົນທາງ ເຮັດໃຫ້ ທັງສອງ ປະເທດ ຮ່ວມກັນ ພັດທະນາສິ່ງ ໃໝ່ໆ, ວິທີການ ໃໝ່ໆ ເພື່ອ ຮັບປະກັນໄດ້ວ່າ ຜົນໄດ້ຮັບທີ່ີມີຄວາມໝາຍ ຄວາມສຳຄັນ ຂອງໂຄງການນີ້ ສາມາດ ທຳລາຍ ການຄ້າ ມະນຸດ.

•ຂ້າພະເຈົ້າ ຈະລໍຖ້າ ເບິ່ງ ໝາກຜົນ ຂອງ ການຮ່ວມມື ໃນໂຄງການໄລຍະໃໝ່ ລະຫວ່າງ ລາວ - ອົດສະຕຣາລີ ຢ່າງຕັ້ງໜ້າ. ຂໍຂອບໃຈ.