Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Talking Points CLIP Workshop

ກອງປະຊຸມສຳມະນາ ກ່ຽວກັບ ການແຂ່ງຂັນ, ກົດໝາຍ ວ່າດ້ວຍ ການແຂ່ງຂັນ ການຄ້າ ແລະ ການພັດທະນາ ເສດຖະກິດ ຢູ່ ສປປ ລາວ

ຮຽນ ບັນດາແຂກ ທີ່ມີກຽດ, ທ່ານ ຍິງ ແລະ ທ່ານ ຊາຍ, ຜູ້ສະໜັບ ສະໜຸນ ໂຄງການນີ້ ໃນປະຈຸບັນ ແລະ ອະນາຄົດ ທຸກທ່ານ, ທີ່ ພວມສ້າງ ກົດໝາຍ ວ່າດ້ວຍ ການແຂ່ງຂັນ ທີ່ເຂັ້ມແຂງ ແລະ ໜ່ວຍງານ ທີ່ ປະຕິບັດ ກົດໝາຍ ດັ່ງກ່າວ ຢູ່ ສປປ ລາວ.

ຂ້າພະເຈົ້າ ດີໃຈ ທີ່ ສາມາດ ເຂົ້າຮ່ວມງານ ໃນມື້ເຊົ້ານີ້ ຍ້ອນເຫັນ ເຊັ່ນກັນ ກັບ ທ່ານ ວ່າ ບັນຫາ ນີ້ ມີ ຄວາມສຳຄັນ ທີ່ສຸດ ຕໍ່ກັບ ການແຂ່ງຂັນ ໄລຍະຍາວ ດ້ານ ເສດຖະກິດ ຂອງ ສປປ ລາວ.

ຂ້າພະເຈົ້າ ເຊື່ອວ່າ ບໍ່ເຄີຍມີ ເວລາໃດ ຈະ ສຳຄັນ ໄປກວ່ານີ້, ສຳລັບ ສປປ ລາວ ທີ່ຈະ ແກ້ໄຂ ນະໂຍບາຍ ດ້ານ ການແຂ່ງຂັນ, ຖ້າ ເບິ່ງໄປ ທາງໜ້າ, ດ້ວຍ ຄວາມ ມຸ້ງຫວັງ, ເພື່ອ ຈະເລີ່ມ ເຂົ້າເປັນ ປະຊາຄົມ ເສດຖະກິດ ອາຊຽນ - ຫຼື AEC - ໃນ ທ້າຍປີໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນ ວ່າ ສປປ ລາວ ຈະໄດ້ຮັບ ຜົນປະໂຫຍດ ຢ່າງຫລວງຫລາຍ ໃນເວລາ ທີ່ ອຸປະສັກ ຂອງ ລະບົບ ຕະຫລາດ ສືບຕໍ່ ຫລຸດລົງ ແລະ ຢູ່ ພາຍໃນ ລະບົບ ເສດຖະກິດ ຂອງ 10 ປະເທດ ອາຊຽນ.

ແຕ່ມັນຮຽກຮ້ອງ ໃຫ້ມີ ການເຮັດ ວຽກໜັກຂຶ້ນ ເພື່ອ ຮັບປະກັນ ວ່າ ສປປ ລາວ ຢືນຢູ່ ຈຸດ ທີ່ດີ ເພື່ອ ໄດ້ຮັບ ຜົນປະໂຫຍດ ຈາກ ການເຊື່ອມໂຍງ ລະດັບ ພາກພື້ນ ໃຫ້ຫຼາຍຂຶ້ນ ກວ່າເກົ່າ.

ກົດຫມາຍ ວ່າດ້ວຍ ການແຂ່ງຂັນ ແລະ ໜ່ວຍງານ ທີ່ ກ່ຽວຂ້ອງ ທີ່ມີ ປະສິດທິພາບ, ມີຄວາມເຫມາະສົມ ກັບ ສະຖານະການ ຢູ່ ສປປ ລາວ ຫຼາຍ , ມັນຈະເປັນ ເວທີ ທີ່ ສໍາຄັນ ໃນ ການເສີມສ້າງ ເສດຖະກິດ ທີ່ມີ ການແຂ່ງຂັນກັນ ຫຼາຍຂື້ນ.

ອົດສະຕຣາລີ ໄດ້ຮັບ ຜົນປະໂຫຍດ ຢ່າງຫຼວງຫຼາຍ, ຕະຫລອດ ໄລຍະເວລາ ຫຼາຍປີ ຜ່ານມາ ຈາກ ລະບອບ ນະໂຍບາຍ ດ້ານ ການແຂ່ງຂັນ ຂອງ ພວກເຮົາ. ແລະ ຄວາມເຊື່ອ ຂອງ ພວກເຮົາ ແມ່ນ ໃນການ ເປີດກວ້າງ ເສດຖະກິດ, ແລະ ຄວາມສາມາດ ຂອງ ພວກເຮົາ ເພື່ອຈະ ເຮັດ ການຄ້າ ກັບ ໂລກ.

ອົດສະຕຣາລີ ໂຊກດີ ທີ່ມີ ສະຖາບັນ ທີ່ ເຂັ້ມແຂງ, ມີ ຄະນະກໍາມາທິການ ດ້ານ ຜູ້ບໍລິໂພກ ແລະ ການແຂ່ງຂັນ ຫຼື ACCC, ເພື່ອ ສົ່ງເສີມ ການຄ້າ ແບບ ເປີດກວ້າງ
ຢູ່ ພາຍໃນ ແລະ ຢູ່ ນອກຊາຍແດນ ຂອງພວກເຮົາ.

ແລະໃນປີນີ້, ເປັນປີ ທີ່ ພວກເຮົາ ສະເຫຼີມສະຫຼອງ ຄົບຮອບ 40 ປີ ຂອງ ສາຍພົວພັນ ອາຊຽນ - ອົດສະຕຣາລີ, ພວກເຮົາ ມີ ຄວາມພາກພູມໃຈ ຕໍ່ວຽກງານ ຂອງ ACCC ທີ່ ພວມເຮັດ ຢູ່ ໃນທົ່ວ ພາກພື້ນ ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ແກ່ ດ້ານຄວາມອາດສາມາດ ແລະ ສ້າງເຄືອຂ່າຍ ລະຫວ່າງ ເຈົ້າໜ້າທີ່ ດ້ານ ການແຂ່ງຂັນ.

ອົດສະຕຣາລີ ໄດ້ໃຫ້ ຄໍາໝັ້ນສັນຍາ ຊ່ວຍເຫຼືອ ດ້ວຍເງິນ ຈຳນວນ 2 ລ້ານ ໂດລາ ເພື່ອໃຫ້ ການຊ່ວຍເຫຼືອ ທີ່ເໝາະສົມ ໃນ ການສ້າງ ຄວາມອາດສາມາດ ໃຫ້ ບັນດາ ປະເທດ ອາຊຽນ ຕໍ່ຕ້ານ ກິດຈະກຳ ທີ່ ຕ້ານຕໍ່ ການແຂ່ງຂັນ ຢູ່ ລະບົບ ຕະຫລາດ ແບບ ສ່ວນບຸກຄົນ.

ມັນເປັນ ສ່ວນຫນຶ່ງ ຂອງ ການຂະຫຍາຍ ວຽກງານ ການສ້າງ ຄວາມອາດສາມາດ ທີ່ ລັດຖະບານ ອົດສະຕຣາລີ ພວມ ດຳເນີນ ຢູ່ ພາຍໃຕ້ ຂໍ້ຕົກລົງ ວ່າດ້ວຍ ການຄ້າເສລີ ລະຫວ່າງ ອົດສະຕາລີ - ນິວຊີແລນ - ອາຊຽນ (ຫລື AANZFTA), ທີ່ມີ ຜົນບັງຄັບ ໃຊ້ ໃນປີ 2010.

AANZFTA ໄດ້ ເຮັດຫຼາຍໆ ຢ່າງ ເພື່ອສ້າງ ຄວາມເຂັ້ມແຂງ ດ້ານການຄ້າ ແລະ ການເຊື່ອມໂຍງ ເສດຖະກິດ ຢູ່ໃນ ພາກພື້ນນີ້ ທີ່ເຕັມ ໄປດ້ວຍພະລັງ.

AANZFTA ຍັງ ເປັນ ປັດໄຈ ທີ່ສໍາຄັນ ໃນ ການສືບຕໍ່ ຂະຫຍາຍຕົວ ດ້ານ ການຄ້າ ສອງຝ່າຍ ຂອງ ອົດສະຕຣາລີ ກັບ ອາຊຽນ, ເຊິ່ງໄດ້ ເພີ່ມຂຶ້ນ ສອງເທົ່າ ເປັນ 90 ຕື້ ໂດລາ ໃນ ໄລຍະທົດສະວັດ ຜ່ານມາ.

ຂ້າພະເຈົ້າ ຂໍອວຍພອນ ໃຫ້ທຸກທ່ານ ປະສົບ ຜົນສໍາເລັດ ໃນ ການປຶກສາຫາລື ໃນມື້ນີ້, ດັ່ງທີ່ ທ່ານ ໄດ້ອ່ານ ລະອຽດ ແລ້ວ ວ່າ ຜົນປະໂຫຍດ ທີ່ມີ ຄວາມ ເປັນໄປໄດ້ ທີ່ ສປປ ລາວ ຈະໄດ້ ຈາກ ການນໍາສະເຫນີ ກົດຫມາຍ ດ້ານ ການແຂ່ງຂັນ ແລະ ສິດອຳນາດ ທີ່ມີ ຄຸນນະພາບ, ແລະ ລະບົບໃຫມ່ ວ່າ ມີ ລັກສະນະ ແບບໃດ.

ອີກເທື່ອຫນຶ່ງ, ຂໍຂອບໃຈ ທີ່ ໄດ້ມີ ໂອກາດ ມາຮ່ວມງານ. ແລະ ໃນນາມ ຂອງ ຄວາມເຊື່ອ ໃນການສົ່ງເສີມ ໃຫ້ມີ ການແຂ່ງຂັນ, ຂ້າພະເຈົ້າ, ຢາກ ມອບເວທີ ນີ້ ໃຫ້ ຄົນອື່ນ ມີໂອກາດ ໄດ້ເວົ້າ.

ຂໍຂອບໃຈ ແລະ ຂໍໃຫ້ ທຸກທ່ານ ຈົ່ງ ປະສົບ ຜົນສຳເລັດ.