Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia provides support to Vientiane Rescue

ອົດສະຕຣາລີ ໃຫ້ທຶນຊ່ວຍເຫຼືອ 21,000 ໂດລາອົດສະຕຣາລີ ແກ່ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ

ສະຖານທູດ ອົດສະຕຣາລີ ປະຈຳ ນະຄອນຫຼວງວຽງຈັນ ໄດ້ມອບທຶນຊ່ວຍເຫຼືອ ຈຳນວນ 21,000 ໂດລາອົດສະຕຣາລີ (ຫຼື ປະມານ 130 ລ້ານກີບ) ໃຫ້ແກ່ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ໃນວັນທີ 4 ມີນາ 2015. ທຶນຊ່ວຍ ເຫຼືອດັ່ງກ່າວ ແມ່ນ ມາຈາກໂຄງການຊ່ວຍເຫຼືອໂດຍກົງ (ຫຼື Direct Aid Program) ຂອງ ສະຖານທູດ ອົດສະຕຣາລີ. ທຶນຊ່ວຍເຫລືອນີ້ ຈະໄດ້ຖືກນຳໃຊ້ເຂົ້າໃນ ການຝຶກອົບຮົມກ່ຽວກັບ ການປະຖົມພະຍາບານ ຂັ້ນພື້ນຖານ ໃຫ້ແກ່ ອາສາສະໝັກຂອງໜ່ວຍກູ້ໄພ ແລະ ເພື່ອຈັດຊື້ອຸປະກອນ ທີ່ຈຳເປັນ ສຳລັບເຫດການສຸກເສີນ.

ໃນຊ່ວງເລີ່ມຕົ້ນ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ມີ ອາສາສະໝັກ ປະມານ 7 ຄົນ, ແຕ່ ໃນປະຈຸບັນໄດ້ມີຈຳນວນເພີ່ມຂຶ້ນ ຫຼາຍກ່ວາ 70 ຄົນ. ໜ່ວຍງານດັ່ງກ່າວ ໄດ້ປະຕິບັດໜ້າທີ່ ຕະຫຼອດ 24 ຊົ່ວໂມງ ຂອງທຸກໆ ມື້, ເຊິ່ງມີລົດກູ້ໄພ 5 ຄັນ ແລະ ມີຫ້ອງການ ຢູ່ສອງບ່ອນ, ເຊິ່ງເຮັດໃຫ້ພວກເຂົາເຈົ້າ ສາມາດ ໄປຮອດສະຖານທີ່ເກີດອຸປະຕິເຫດ ໄດ້ຢ່າງວ່ອງໄວ. ທີມງານຂອງ ໜ່ວຍກູ້ໄພ ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຄວາມຫ້າວຫັນ ແລະ ຄວາມຕັ້ງໃຈ ຂອງ ອາສາສະໝັກ ທີ່ເສຍສະລະເວລາຫວ່າງ ຂອງຕົນເອງ ເພື່ອຊ່ວຍເຫຼືອ ຄົນອື່ນ ແລະ ຊ່ວຍຊີວິດຂອງ ຜູ້ເຄາະຮ້າຍ.


ສອບຖາມຂໍ້ມູນເພີ່ມຕື່ມທີ່: ມິ່ງງາຄຳ ປັນຍາສັກ, ຜູ້ຮັບຜິດຊອບ ຊື່ມວນຊົນ ແລະ ຂ່າວສານ, ສະຖານທູດອົດສະຕຣາລີ, ໂທ: 021 353 800 ຕໍ່ 125, ມືຖື 020 2223 8299