Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Workshop on a National Strategy for Financial Literacy and Consumer Protection

ກອງປະຊຸມສຳມະນາ ກ່ຽວກັບ ແຜນຍຸດທະສາດແຫ່ງຊາດ ໃນ ການຮຽນຮູ້ດ້ານການເງິນ
ແລະ ການປົກປ້ອງ ຜູ້ບໍລິໂພກ

ຂໍຮຽນ ພະນະທ່ານ ສົມເພົາ ໄພສິດ , ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ພະນະທ່ານ Michael Grau, ເອກອັກ ຄະລັດຖະທູດ ເຢຍລະມັນ, ບັນດາແຂກ ຜູ້ມີກຽດ, ເພື່ອນຮ່ວມງານ ແລະ ບັນດາ ທ່ານທັງຫຼາຍ ທີ່ ສົ່ງເສີມ ການເຂົ້າເຖີງ ການບໍລິການ ດ້ານການເງິນ

ຂ້າພະເຈົ້າ ດີໃຈ ທີ່ ສາມາດ ມາຮ່ວມງານ ໃນຕອນເຊົ້າ ນີ້, ດັ່ງ ທີ່ທ່ານ ໄດ້ວາງ ພື້ນຖານ ຍຸດທະສາດ ແຫ່ງຊາດ ລາວ ເພື່ອ ຮຽນຮູ້ ດ້ານການເງິນ ແລະ ການປົກປ້ອງ ຜູ້ ບໍລິໂພກ.
ລັດຖະບານ ອົດສະຕຣາລີ ເປັນ ຜູ້ ທີ່ເຂົ້າໃຈ ບົດບາດ ສຳຄັນ ໃນວຽກງານ ການເຂົ້າເຖີງ ການບໍລິການ ດ້ານການເງິນ ເພື່ອ ຫຼຸດຜ່ອນ ຄວາມທຸກຍາກ.

ການເຂົ້າເຖີງ ການບໍລິການ ດ້ານການເງິນ ທີ່ ເໝາະສົມ ແລະ ເປັນໄປໄດ້ ແມ່ນ ປັດໃຈ ທີ່ ສຳຄັນ ສຳລັບ ການ ພັດທະນາ ດ້ານ ເສດຖະກິດ.

ການສ້າງ ເງື່ອນໄຂ ຂອງ ການຝາກເງິນ ແບບປະຢັດ ແລະ ແບບ ບໍລິການ ປ່ອຍ ສິນເຊື່ອ ໄດ້ ຖືກອອກແບບ ແລະ ຖືກ ແຈກຢາຍ ໂດຍ ສຸມໃສ່ ຄວາມຈຳເປັນ ຂອງ ຄົນ ທີ່ ທຸກຍາກ - ໂດຍສະເພາະ ແມ່ນ ຄວາມຈຳເປັນ ຂອງ ແມ່ຍິງ - ຜົນໄດ້ຮັບ ກໍ່ຄື ເຮັດໃຫ້ ເຂົາເຈົ້າ ສາມາດ ລົງທືນ ໃນ ກິດຈະກຳ ທີ່ ສ້າງລາຍຮັບ ໃໝ່ໆ ແລະ ເຮັດ ໃຫ້ມີ ການ ຂະຫຍາຍຕົວ ຂອງ ພາກ ເອກະຊົນ ໄດ້.

ຂ້າພະເຈົ້າ ຍິນດີ ຂໍແຈ້ງ ໃຫ້ຊາບ ວ່າ ສອງ ໂຄງການ ໃໝ່ ຂອງ ລັດຖະບານ ອົດສະຕຣາລີ ຢູ ສປປ ລາວ ໃນ ໜຶ່ງປີ ທີ່ຜ່ານມາ, ສາມາດ ຊ່ວຍໃຫ້ ປະຊາຊົນ ຫຼາຍກວ່າ 108,000 ຄົນ ຢູ່ ຊົນນະບົດ ສາມາດ ເຂົ້າເຖີງ ການບໍລິການ ດ້ານການເງິນ ໄດ້ຫຼາຍຂື້ນ.

ຄື ຂ້າພະເຈົ້າ ເຄີຍມີ ປະຫວັດ ໃນ ການຕັດສິນໃຈ ດ້ານການເງິນ ທີ່ ບໍ່ເກັ່ງ. ຂ້າພະເຈົ້າ ກໍ່ເຂົ້າໃຈ ເຖິງຄວາມສຳຄັນ ຂອງ ການຮຽນຮູ້ ດ້ານການເງິນ. ມັນຈື່ງ ເຮັດໃຫ້ ວຽກງານນີ້ ແມ່ນ ໜຶ່ງໃນ ໂຄງການ ສຳຄັນ ຂອງ ລັດຖະບານ ອົດສະຕຣາລີ ເພື່ອ ພັດທະນາ ການເຂົ້າເຖີງ ການບໍລິການ ດ້ານການເງິນ.

ພວກເຮົາ ຈຳເປັນ ຕ້ອງຮັບປະກັນ ວ່າ ທັງ ຜູ້ຊາຍ ແລະ ຜູ້ຍິງ - ຢູ່ ທ້ອງຖິ່ນ ທີ່ ທຸກຍາກ ເຫັນ ຄວາມສຳຄັນ ຂອງ ການຝາກເງິນ ແບບປະຢັດ, ການນຳໃຊ້ ເງິນ ກູ້ຢືມ ແບບ ມີປະສິດທິຜົນ ແລະ ການຊຳລະ ເງິນຄືນ, ລວມໄປເຖິງ ບັນຫາ ຄວາມສ່ຽງຕ່າງໆ.

ມັນເປັນ ວິທີ ທີ່ສຳຄັນ ໃນ ການສ້າງ ຄວາມສາມາດ ໃຫ້ ບຸກຄົນ- ເພື່ອລະບຸ ການບໍລິການ ດ້ານການເງິນ ທີ່ ເຂົາເຈົ້າຕ້ອງການ - ແລະ ເພື່ອສົ່ງເສີມ ດ້ານທຸລະກິດ. ມັນເປັນ ກຸນແຈ ໄຂ ປະຕູ ເພື່ອ ຮັບປະກັນ ແລະ ເປັນ ເອກະລາດ ດ້ານການເງິນ.

ປະມານ 50 ປະເທດ ທົ່ວໂລກ ພວມ ພິຈາລະນາ, ອອກແບບ ຫຼື ໄດ້ ປະຕິບັດ ຍຸດທະສາດ ແຫ່ງຊາດ ກ່ຽວກັບ ການສຶກສາ ດ້ານ ການເງິນ.

ແຕ່ ຫຼັກຖານ ໄດ້ ສະແດງ ໃຫ້ເຫັນວ່າ ການເດີນທາງ ທີ່ຍາວນານ ຕ້ອງມີ ຄວາມຕັ້ງໃຈ ແລະ ຂໍ້ຜູກມັດ ຂອງ ຫຼາຍພາກສ່ວນ ເຊັ່ນ ຂອງ ນັກວິຊາການ ດ້ານ ການສຶກສາ, ຂອງ ເຈົ້າ ໜ້າທີ່ ດ້ານ ການທະນາຄານ ແລະ ຂອງ ເຈົ້າໜ້າທີ່ ດ້ານການເງິນ.

ແຕ່ ມັນບໍ່ມີ ຕົວແບບ ມາດຕະຖານ ສໍາລັບ ການພັດທະນາ ຍຸດທະສາດ ແຫ່ງຊາດ.

ມັນຂື້ນກັບ ຄວາມຕ້ອງການ ແລະ ສະພາບ ທີ່ເປັນ ເອກະລັກ, ລວມເຖິງ ການເຕີບໂຕ ຂອງ ລະບົບ ການເງິນ ແລະ ໂຄງຮ່າງ ຂອງ ລະບຽບການ ໃນ ແຕ່ລະ ປະເທດ.
ໃນ ບາງປະເທດ, ຈຸດປະສົງ ຕົ້ນຕໍ ຂອງ ຍຸດທະສາດ ແຫ່ງຊາດ ສໍາລັບ ການສຶກສາ ດ້ານການເງິນ ແມ່ນ ເພື່ອສະໜັບສະໜຸນ ການເຂົ້າເຖີງ ການບໍລິການ ດ້ານການເງິນ.
ແຕ່ ໃນ ບາງປະເທດ, ມັນແມ່ນ ວຽກງານ ກ່ຽວກັບ ການສ້າງ ຄວາມສາມາດ ໃຫ້ ຜູ້ບໍລິໂພກ ສາມາດ ເລືອກ ເງື່ອນໄຂ ຕ່າງໆ ໄດ້.

ຍັງມີ ຫຼາຍຫົວຂໍ້ ທີ່ຈະ ໄດ້ເວົ້າ ໃນ ວາລະ ກອງປະຊຸມ ທີ່ ເຕັມແໜ້ນ ມື້ນີ້.

ຂໍຂອບໃຈ ທີ່ໃຫ້ ໂອກາດ ຂ້າພະເຈົ້າ ມາຮ່ວມງານ ໃນຕອນເຊົ້າ ນີ້. ຂ້າພະເຈົ້າ ຫວັງວ່າ ຈະມີ ການປຶກສາ ຫາລື ທີ່ເປັນປະໂຫຍດ, ແລະ ມີຄວາມ ຄືບໜ້າ ອີກ ບາດກ້າວໜຶ່ງ ຂອງ ວຽກງານ ການເຂົ້າເຖີງ ການບໍລິການ ດ້ານການເງິນ ຢູ່ ໃນ ສປປ ລາວ.

ຂໍຂອບໃຈ ແລະ ໂຊກດີ.